ທ່່ານ Nguyen Tan Dung ຈະ​ເຂົ້າຮ່ວມ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ ອາຊີ​ຕາ​ເວັນ​ອອກ

ທ່່ານ Nguyen Tan Dung ຈະ​ເຂົ້າຮ່ວມ ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ ອາຊີ​ຕາ​ເວັນ​ອອກ - ảnh 1
(ພາບ:vietnampus.vn)

( vovworld ) – ​ວັນ​ທີ 31/5, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຈະນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​​ເຂົ້າຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ອາຊີ​ຕາ​ເວັນ​ອອກ​ປີ 2012 ຢູ່​ບາງກອກ​ປະ​ເທດ​ໄທ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາງນາຍົກລັດຖະມົນຕີລາຊະ​ອານາຈັກ​ໄທ ຍິ່ງ​ຮັກ ຊີ​ນນະ​ວັດ ​ແລະ ທ່ານ​ປະທານເວທີ​ປາ​ໄສ​ເສດຖະກິດ​ໂລກ​ Klaus Schwab. ຫົວ​ຂໍ້​ຂອງເວທີ​ປາ​ໄສ​ເສດຖະກິດ​ໂລກ​ອາຊີ​ຕາ​ເວັນ​ອອກ​ປີນີ້​ແມ່ນ: “ກຳນົດ​ທິດ​ໃຫ້​ແກ່ອະນາຄົດ​ຂອງ​ພາກ​ພື້ນ​ຜ່ານ​ການ​ເຊື່ອມ​ຕໍ່“. ກອງ​ປະຊຸມ​ຈະ​ສຸມ​ໃສ່​ປຶກສາ​ຫາລື 3 ​ເນື້ອ​ໃນຕົ້ນຕໍ: ບົດບາດ​ຂອງບັນດາ​ພື້ນຖານ​ເສດຖະກິດ​ເຕີບ​ໂຕ​ສູງ​ຂອງ​ອາ​ຊຽນ ​ໃນການສ້າງ​ແງ່​ຫວັງ​ເສດຖະກິດ​ທົ່ວ​ໂລກ ​ແລະ ພາກ​ພື້ນ​ໃຫ້​ສົມ​ດູ​ນຄືນ​ໃໝ່; ບົດບາດ​ຂອງ​ລັດຖະບານ ​ແລະ ອົງການ​ຈັດຕັ້ງຕ່າງໆ​ໃນ​ການສະ​ເໜີ, ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ການ​ເງິນຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ທຶນ​ໝູນວຽນ, ການ​​ເໜັງ​ຕິງຂອງ​ລາຄາ​ສິນຄ້າ ​ແລະ ການ​ເຕີບ​ໂຕ​ດຸນ​ດຽງ. ເວທີ​ປາ​ໄສ​ເສດຖະກິດ​ໂລກ​ອາຊີ​ຕາ​ເວັນ​ອອກ​ແມ່ນ 1 ​ໃນ​ບັນດາ​ເວທີ​ປາ​ໄສ​ທົ່ວ​ໂລກ​ທີ່​ມີອິດ​ທິພົນ​ຊື່​ສຽງ, ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ປະ​ເທດ​ໃຫ່ຍ ​ແລະ ບັນດາ​ອົງການຈັດຕັ້ງສາກົນ​ ກໍ​ຄື​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ອັນ​ດັບ 1 ​ໃນ​ໂລກ​ເກືອບ​ທັງ​ໝົດ.

 

 

ຂ່າວ/ບົດ​ອື່ນ