ທ່ານ V.Putin ດຳເນີນການທາບທາມຄຳເຫັນ ສ້າງຕັ້ງລັດຖະບານໃໝ່

ທ່ານ V.Putin ດຳເນີນການທາບທາມຄຳເຫັນ ສ້າງຕັ້ງລັດຖະບານໃໝ່ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ​ລັດ​ເຊຍ V.Putin

(ພາບ:thanhnien.com.vn)

( vovworld ) – ທ່ານ​ນາຍ​ຍົກ​ລັດຖະມົນຕີ​ລັດ​ເຊຍ V.Putin ຜູ້​ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນປະທານາທິບໍດີ​ລັດ​ເຊຍ ​ໃນ​ການ​ເລືອກ​ຕັ້ງຫວ່າງ​ແລ້ວ​ນີ້ ​ໄດ້​ເລີ່​ມດຳ​ເນີນ​ການ​ທາ​ບທາມ​ຄຳ​ເຫັນ​ຄັ້ງຕ່າງໆ ​ເພື່ອສ້າງຕັ້ງລັດຖະບານ​ໃໝ່. ຄຳ​ປະກາດ​ດັ່ງກ່າວ ​ໂດຍ​ທ່ານ V.Putin ຍົກ​ອອກ​ມາ ​ໃນ​ການ​ພົບ​ປະ​ກັບປະທານາທິບໍດີ​ D.Medvedev. ທ່ານ V.Putin ​ເນັ້ນໜັກ​ວ່າ​ຈະ​ເຮັດ​ວຽກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ລັດ​ເຊຍ ໝົດ​ທຸກ​ຄົນ. ກ່ອນ​ໜ້ານັ້ນ, ທ່ານ​ນາຍົກລັດຖະມົນຕີ​ໄດ້​ພ້ອມ​ກັບ​ບັນດາ​ທ່ານ​ສະມາຊິກ​ລັດຖະບານ ດຳ​ເນີນ​ການ​ປະຊຸມ ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ​ໃນ​ນັ້ນ ​ໄດ້​ຍົກ​ອອກ​ໜ້າ​ທີ່​ຕົ້ນຕໍ​ແມ່ນ​ຮັກສາ​ດັດຊະນີ​ເສດຖະກິດ​ມະຫາ​ພາກ ​ແລະ ບັນດາ​ທິດ​ພັດທະນາ​ທີ່​ດີ​ໃນ​ຊຸມ​ປີຜ່ານມາ. ທ່ານ​ນາຍົກລັດຖະມົນຕີ  V.Putin ຢືນຢັນ​ວ່າ ບັນດາ​ບັນຫາ​ສັງຄົມ ສາມາດ​ແກ້​ໄຂ​ໄດ້ ບົນ​ພື້ນຖານ​ຮັບປະກັນ​ລະດັບ​ການ​ພັດທະນາ​ເສດຖະກິດ​ເປັນ​ປົກກະຕິ.

 ​ແລະ ກໍ​ໃນ​ການ​ພົບ​ປະຄັ້ງນີ້, ທ່ານ​ນາຍົກລັດຖະມົນຕີ  V.Putin ​ໄດ້​ໃຫ້​ຄຳໝັ້ນສັນຍາ​ວ່າ ຈະ​ສືບ​ຕໍ່​ເຮັດ​ວຽກ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ຢືນຢັນ​ວ່າ ​ໂຄງການ​ຫາ​ສຽງ​ເລືອກ​ຕັ້ງທັງ​ໝົດ​ຂອງ​ທ່ານ ກ່ຽວຂ້ອງ​ເຖິງ 4 ຂົງ​ເຂດ​ຕົ້ນຕໍ ລວມມີ: ການ​ປະຕິ​ຮູບ​ລະບົບ​ການ​ເມືອງ ​ແລະ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ; ຊຸກຍູ້​ການ​ພັດທະນາ​ເສດຖະກິດ-​ສັງຄົມ; ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດ ​ແລະ ​ປັບປຸງ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ; ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ ຈະ​ຖືກ​ນຳ​ເຂົ້າສູ່​ຊີວິດ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ໃນ​ເວລາ 6 ປີ​ທີ່ທ່ານ​ດຳລົງ​ຕຳ​ແໜ່​ງປະມຸກ​ລັດ​ແຫ່ງ​ສະຫະພັນ​ລັດ​ເຊຍ​ທີ່​ຈະ​ມາ​ເຖິງ​ນີ້.

 

ຂ່າວ/ບົດ​ອື່ນ