ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບຄະນະວິສາຫະກິດ ອາເມລິກາ
(VOVWORLD) - ຕອນບ່າຍວັນທີ 28 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດ ອາເມລິກາໂດຍ ທ່ານ Kurt Campbell, ປະທານ Asia Group ເປັນຫົວໜ້າຄະນະ, ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານ Kurt Campbell, ປະທານ Asia Group (ພາບ: TTXVN) |
ທີ່ການຕ້ອນຮັບ, ທ່ານ ຟ້າມບິ່ງມິງ ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນຮ່ວມມືກັບ ອາເມລິກາ ເປັນສຳຄັນທີ່ສຸດ. ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການແກ້ໄຂບັນດາຂໍ້ຕິດຂັດຂອງບັນດານັກລົງທຶນ, ໃນນັ້ນມີບັນດານັກລົງທຶນອາເມລິກາ, ພ້ອມທັງມີຄວາມປາດຖະໜາຢາກໃຫ້ບັນດາວິສາຫະກິດ ອາເມລິກາເພີ່ມທະວີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດ Startup. ທ່ານ ຟ້າມບິ່ງມິງໃຫ້ຮູ້ຕື່ມອີກວ່າ: ຫວຽດນາມກາຍເປັນຕະຫຼາດສົ່ງອອກໃຫຍ່ອັນດັບທີ 27 ແລະ ເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 16 ຂອງ ອາເມລິກາ ແລະ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການພົວພັນດ້ານການຄ້າສອງຝ່າຍ.
ສ່ວນທ່ານ Kurt Campbell ຢັ້ງຢືນວ່າ: ບັນດາສະມາຊິກໃນຄະນະວິສາຫະກິດລ້ວນແຕ່ສະໜັບສະໜູນການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາ ແລະ ສະແດງຄວາມສົນໃຈເຖິງບັນດາຂົງເຂດລົງທຶນຕ່າງໆຢູ່ ຫວຽດນາມ.