ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດພົບປະກັບຜູ້ຕາງໜ້າສື່ມວນຊົນຕ່າງປະເທດປະຈຳ ຫວຽດນາມ ເນື່ອງໃນໂອກາດປີໃໝ່ສາກົນ 2020
(VOVWORLD) - ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າສື່ມວນຊົນຕ່າງປະເທດປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 19 ທັນວາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຫວນຄືນບັນດາຂີດໝາຍທາງການທູດຂອງ ຫວຽດນາມໃນປີ 2019.
ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ກ່າວຄຳເຫັນທີ່ການພົບປະ
(ພາບ: TTXVN)
|
ທ່ານ ຫງວຽນກ໊ວກຢຸງ ໄດ້ເນັ້ນໜັກເຖິງບົດບາດ ແລະ ການປະກອບສ່ວນຂອງ ສື່ມວນຊົນ ໃນນັ້ນມີສື່ມວນຊົນຕ່າງປະເທດ, ພິເສດແມ່ນບັນດາຫ້ອງການສື່ມວນຊົນຕ່າງປະເທດປະຈຳ ຢູ່ ຫວຽດນາມ ແລະ ສ່ວນບຸກຄົນ, ນັກຂ່າວ, ຜູ້ຊ່ວຍວຽກດ້ານສື່ມວນຊົນຕ່າງປະເທດໄດ້ ຄຽງບາຄຽງໄລ່ ກັບກະຊວງການຕ່າງປະເທດ ຫວຽດນາມ, ປະເທດຊາດ ແລະ ຊາວ ຫວຽດນາມໃນຕະຫຼອດຫຼາຍປີທີ່ຜ່ານມາເພື່ອຊ່ວຍໃຫ້ໂລກຮັບຮູ້ກ່ຽວກັບ ສະພາບການຫວຽດນາມ, ຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ, ຄວາມມານະພະຍາຍາມ, ຄຳໝັ້ນສັນຍາຂອງ ຫວຽດນາມໃນວຽກງານລວມຂອງ ພາກພື້ນ ແລະ ໂລກໃຫ້ຫຼາຍກ່ວາອີກ. ໃນປີ 2020, ທ່ານຫງວຽນກ໊ວກຢຸງ ມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ກະຊວງການຕ່າງປະເທດຫວຽດນາມຈະສືບຕໍ່ໄດ້ຮັບການຮ່ວມເດີນທາງຈາກ ຖັນແຖວນັກຂ່າວ, ຜູ້ຊ່ວຍວຽກທູດສື່ມວນຊົນຕ່າງປະເທດ ເພື່ອສົ່ງ ບັນດາຮູບພາບ, ຂໍ້ມູນຂ່າວສານກ່ຽວກັບ ຫວຽດນາມໄປຍັງເພື່ອນມິດ ສາກົນ ຢ່າງແຮງ, ແທດຈິງ ແລະ ຊີວິດຊີວາກ່ວາອີກ.