ທ່ານ ຫງວຽນທ້ຽນເຍີນ ຢ້ຽມຢາມ, ມອບ ຂອງຂວັນບຸນເຕັດໃຫ້ທະຫານເສຍອົງຄະແຂວງບັກນີງ
(ທ່ານຫງວຽນທ້ຽນເຍີນ ຢ້ຽມຢາມສູນປິ່ນປົວບຳລຸງສຸຂະພາບ
ທະຫານເສຍອົງຄະທ້ວນແທ່ງ, ບັກນີງ)
(vovworld) – ຕອນບ່າຍວັນທີ 1/2, ທ່ານກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນບຸນເຕັດໃຫ້ສູນປິ່ນປົວບຳລຸງສຸຂະພາບ ທະຫານເສຍອົງຄະທ້ວນແທ່ງ, ບັກນີງ. ທ່ານຫງວຽນທ້ຽນເຍີນ ໄດ້ຂອບໃຈບັນດາທະຫານເສຍອົງຄະທີ່ໄດ້ປະກອບສ່ວນຍາດເອົາເອກະລາດແຫ່ງຊາດ. ທ່ານຫງວຽນທ້ຽນເຍີນ ໃຫ້ຄຳໝັ້ນສັນຍາວ່າ: ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈະເອົາໃຈໃສ່ ແລະ ເບິ່ງແຍງດູແລເຖິງລະບອບ, ນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດກ່ວາອີກ ແລະ ຍື່ນສະເໜີຕໍ່ລັດຖະບານສືບຕໍ່ປັບປຸງລະບອບ, ນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີ ພາຍຫຼັງການກວດການະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ.