ທ່ານ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII
(VOVWORLD) - ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດວາລະປະຊຸມຄັ້ງທຳອິດເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກຳມະການກວດກາສູນກາງພັກ, ຫົວຫນ້າຄະນະກຳມະການກວດກາສູນກາງພັກ.
ທ່ານ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII (ພາບ: TTXVN) |
ຕອນເຊົ້າວັນທີ 31 ມັງກອນ ກອງປະຊຸມຄັ້ງປະຖົມມະເລິກ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ຈັດວາລະປະຊຸມຄັ້ງທຳອິດເພື່ອເລືອກຕັ້ງກົມການເມືອງ, ເລຂາທິການໃຫຍ່, ຄະນະເລຂາ, ຄະນະກຳມະການກວດກາສູນກາງພັກ, ຫົວຫນ້າຄະນະກຳມະການກວດກາສູນກາງພັກ. ວາລະປະຊຸມດຳເນີນພາຍຫລັງ 1 ວັນ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ເລືອກຕັ້ງ ບັນຊີລາຍຊື່ ກຳມະການຄະນະບໍລິຫານງານສູນກາງພັກຊຸດໃຫມ່ 200 ສະຫາຍ. ທີ່ວາລະປະຊຸມນີ້ ທ່ານ ຫງວຽນຝູຈ້ອງ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIII.