(VOVWORLD) - ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ.
ວັນທີ 25 ຕຸລາ, ຄະນະພົວພັນການຕ່າງປະເທດສູນກາງໃຫ້ຮູ້ວ່າ: ໂດຍຮັບຄໍາເຊີນຂອງ ທ່ານສີຈີ້ນຜິງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ສປ.ຈີນ, ປະທານປະເທດ ສປ.ຈີນ, ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະຢ້ຽມຢາມ ສປ.ຈີນ ຢ່າງເປັນທາງການ. ການເດີນທາງຈະເລີ່ມແຕ່ວັນທີ 30 ຕຸລາ ເຖິງ ວັນທີ 02 ພະຈິກ.