ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກໃຫ້ການຕ້ອນຮັບຄະນະຜູ້ແທນສະພາສູງ ອາເມລິກາ
(VOVWORLD) - ທ່ານ Patrick Leahy ໄດ້ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນ ແລະ ປາດຖະໜາຈະເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ໃນທຸກຂົງເຂດໃຫ້ເລິກເຊິ່ງກ່ວາອີກ
ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ແລະ ທ່ານ Patrick Leahy ຮອງປະທານ ກຳມາທິການຈັດສັນງົບປະມານອາເມລິກາ (ພາບ: TTXVN) |
ຕອນບ່າຍວັນທີ 18 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາສູງ ອາເມລິກາ ລວມມີ ສະມາຊິກສະພາສູງ ຂອງ ທັງສອງພັກປະຊາທິປາໄຕ ແລະ ພັກສາທາລະນະລັດ 9 ທ່ານ, ເຊິ່ງຕາງໜ້າໃຫ້ແກ່ ລັດ ຕ່າງໆຂອງ ອາເມລິກາ ໂດຍທ່ານ Patrick Leahy ຮອງປະທານ ກຳມາທິການຈັດສັນງົບປະມານອາເມລິກາ ເປັນຫົວໜ້າຄະນະທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ ເຈິ່ນກ໊ວກເວື້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນຢ່າງຕັ້ງໜ້າໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນສະພາບການທີ່ທັງສອງປະເທດມຸ່ງໄປເຖິງການສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງການພົວພັນລະຫວ່າງ ຫວຽດນາມ ກັບ ອາເມລິກາ ເປັນປົກກະຕິ. ທ່ານ ເຈິ່ນກ໊ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ແຮງ ແລະ ຍົກສູງ ປະສິດທິຜົນຂອງການຮ່ວມມືໃນຫຼາຍຂົງເຂດ, ປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ໃຫ້ຫຼາຍກ່ວາອີກ.
ສ່ວນທ່ານ Patrick Leahy ໄດ້ຢັ້ງຢືນວ່າ ອາເມລິກາ ຖືເປັນສຳຄັນ ແລະ ປາດຖະໜາຈະເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ໃນທຸກຂົງເຂດໃຫ້ເລິກເຊິ່ງກ່ວາອີກ, ໃນນັ້ນມີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.