ທ່ານ ໂຕ​ເລິ​ມ ລັດ​ຖະ​ມົນ​ຕີ ກະ​ຊວງ​ຕຳຫຼວດ​ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ

(VOVWORLD) -  ວັນທີ 28 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ.
ທ່ານ ໂຕ​ເລິ​ມ ລັດ​ຖະ​ມົນ​ຕີ ກະ​ຊວງ​ຕຳຫຼວດ​ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ - ảnh 1

ທ່ານພົນເອກໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Pranay Verma, ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ (ພາບ: ກະຊວງຕຳຫຼວດ)

ໃນການອວຍພອນທ່ານ Pranay Verma ມາຮັບໜ້າທີ່ໃໝ່ຢູ່ຫວຽດນາມ, ທ່ານພົນເອກ ໂຕເລິມ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານ Pranay Verma ຈະມີບັນດາການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາການພົວພັນຮ່ວມມືລະຫວ່າງ ສອງປະເທດ ຫວຽດນາມ ແລະ ອິນເດຍ ເວົ້າລວມ, ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ບັນດາຄູ່ຮ່ວມມື ອິນເດຍ ເວົ້າສະເພາະ, ເພື່ອຜົນປະໂຫຍດຂອງທັງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະ ໂລກ. ທ່ານພົນເອກ ໂຕເລິມ ມີຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ອິນເດຍຈະສະໜັບສະໜູນ ຫວຽດນາມ ໃນການດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ແລະ ຕຳແໜ່ງເປັນປະທານອາຊຽນໃນປີ 2020. ພ້ອມກັນນັ້ນ, ສອງຝ່າຍກໍ່ໄດ້ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຕໍ່ສູ້ກັບປະເພດອາດຊະຍາກຳທາງອາຍາທີ່ມີການຈັດຕັ້ງຂ້າມຊາດ, ປົກປ້ອງພົນລະເມືອງ, ເພີ່ມທະວີການຮ່ວມມືໃນຂົງເຂດການຮັກສາຄວາມປອດໄພດ້ານອິນເຕິີແນັດ ແລະ ການບຳລຸງສ້າງ…

ຕອບກັບ

ຂ່າວ/ບົດ​ອື່ນ