ທ່ານ Rodrigo Duterte
(ພາບ: EPA/TTXVN)
(vovworld) – ຕາມໝາກຜົນຂອງການນັບບັດເລືອກຕັ້ງໃນເບື້ອງຕົ້ນ, ເຈົ້າຄອງນະຄອນ Davao Rodrigo Duterte ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຢູ່ ຟີລິບປິນ. ໃນຈຳນວນບັດເລືອກຕັ້ງ 37 ລ້ານບັດໄດ້ນັບໃນຕອນເຊົ້າວັນທີ 10/5, ທ່ານ Duterte ຍາດໄດ້ຈຳນວນ 14,4 ລ້ານບັດ, ຈາກນັ້ນແມ່ນອະດີດລັດຖະມົນຕີວ່າການກະຊວງພາຍໃນ Manuel Mar Roxas, ດ້ວຍຈຳນວນບັດສະໜັບສະໜູນ 8,6 ລ້ານບັດ. ທ່ານສະມາຊິກສະພາສູງ Grace Poe, ຍາດໄດ້ຈຳນວນບັດສະໜັບສະໜູນ 8,1 ລ້ານບັດ. ຄາດວ່າ, ຍັງມີພຽງປະມານ 4 ລ້ານບັດແມ່ນຍັງບໍ່ທັນໄດ້ຮັບການນັບເທື່ອ.