ທ່ານ ຈາງເຕີຈາງ ປະທານສະພາແຫ່ງຊາດຈີນ
(ພາບ: vietnamnet.vn)
(vovworld)- ໂດຍໄດ້ຮັບຄຳເຊີນຂອງ ທ່ານ ນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດຫວຽດນາມ, ທ່ານ ຈາງເຕີຈຽງ, ປະທານສະພາແຫ່ງຊາດຈີນ ນຳໜ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດຈີນ, ຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 8-11/11. ນີ້ແມ່ນການຢ້ຽມຢາມຫວຽດນາມຄັ້ງທຳອິດ ຂອງການນຳພັກ, ລັດ ແລະ ສະພາແຫ່ງຊາດຈີນ ພາຍຫຼັງກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 12 ຂອງພັກ ແລະ ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດ ຊຸດທີ 14 ຂອງຫວຽດນາມ.