ທ່ານທອງສິງທຳມະວົງ ຕ້ອນຮັບຄະນະເສດ ຖະກິດສູນກາງພັກ ກອມມູນິດຫວຽດນາມ
ທ່ານທອງສິງທຳມະວົງໃຫ້ການຕ້ອນຮັບທ່ານເວືອງດິງເຮ້ວ
(ພາບ: baomoi.com)
(vovworld) –ວັນທີ 25/9, ຢູ່ຫ້ອງວ່າການລັດຖະບານລາວ, ທ່ານ ນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໄດ້ໃຫ້ການຕ້ອນຮັບ ຂອງຄະນະຜູ້ແທນຂັ້ນສູງຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ໂດຍທ່ານຫົວໜ້າ ເວືອງດິງເຮ້ວ ນຳໜ້າ. ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ໄດ້ຕີລາຄາສູງການຢ້ຽມຢາມ ແລະ ປະຕິບັດງານຢູ່ລາວ ຂອງຄະນະພ້ອມທັງປາດຖະໜາວ່າ, ໃນໄລຍະຈະມາເຖິງ, ຄະນະເສດຖະກິດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະຄົ້ນຄ້ວາຍຸດທະສາດພັດທະນາເສດຖະກິດລາວ ຈະສືບຕໍ່ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດຊື່ງສອງຝ່າຍຕ່າງມີຄວາມສົນໃຈ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນດ້ານວິຊາສະເພາະຮັບໃຊ້ໃຫ້ແກ່ການຄົ້ນຄ້ວາພັດທະນາເສດຖະກິດ, ຮັບໃຊ້ວຽກງານຊີ້ນຳນຳພາຂອງແຕ່ລະພັກພ້ອມທັງປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວນັບມື້ນັບພັດທະນາແບບຍືນຍົງ.
ໃນຂອບເຂດການຢ້ຽມຢາມ, ຄະນະໄດ້ດຳເນີນການພົບປະເຈລະຈາກັບຄະນະຄົ້ນຄ້ວາຍຸດທະສາດພັດທະນາເສດຖະກິດລາວ ໂດຍທ່ານຫົວໜ້າບົວສອນ ບຸບຜາວັນ ນຳໜ້າ; ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ, ປຶກສາຫາລືກ່ຽວກັບບັນດາບົດຮຽນຕົວຈິງເພື່ອແນໃສ່ນຳໃຊ້ເຂົ້າໃນຍຸດທະສາດພັດທະນາເສດຖະກິດຂອງແຕ່ລະປະເທດຕາມແຕ່ລະໄລຍະ ແລະ ວິໄສທັດຮອດປີ 2030./.