ທ່ານນາງ Nguyen Thi Kim Ngan ພົບປະກັບຜູ້ແທນໜຸ່ມ ມີຫົວຄິດປະດິດສ້າງ
(ພາບ:Doanthanhnien.vn)
(VOV)- ຕອນເຊົ້າວັນທີ 18/11, ຢູ່ຮ່າໂນ້ຍ, ທ່ານນາງ Nguyen Thi Kim Ngan ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ພົບປະກັບຜູ້ແທນຊາວໜຸ່ມປະດິດສ້າງບັນດາຫົວເລື່ອງ, ຜະລິດຕະພັນໄດ້ຮັບການຍ້ອງຍໍຊົມເຊີຍທີ່ Festval ຊາວໜຸ່ມມີຫົວຄິດປະດິດສ້າງທົ່ວປະເທດຄັ້ງທີ 5 ໂດຍຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຈັດຕັ້ງຂຶ້ນ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງ Nguyen Thi Kim Ngan ໄດ້ຍອ້ງຍໍຊົມເຊີຍ ແລະ ຕີລາຄາສູງບັນດາຫົວເລື່ອງ, ກິດຈະກຳວິທະຍາສາດ, ຂໍ້ລິເລີ່ມເຕັກນິກຂອງຊາວໜຸ່ມ. ທ່ານນາງ Nguyen Thi Kim Ngan ຖືວ່າ: ໃນສະພາບການພັດທະນາ ແລະ ນຳໃຊ້ວິທະຍາສາດເຕັກໂນໂລຊີໄດ້ຮັບການກຳນົດວ່າແມ່ນລັດຖະນະໂຍບາຍອັນດັບໜຶ່ງ, ແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນເພື່ອພັດທະນາເສດຖະກິດ-ສັງຄົມ ແລະ ປົກປັກຮັກສາປະເທດຊາດ, ການຍູ້ແຮງການປະດິດສ້າງໃນໝູ່ຊາວໜຸ່ມມີບົດບາດຫຼັກແຫຼ່ງທີ່ສຸດ:
“ຂ້າພະເຈົ້າສະເໜີໃຫ້ສູນກາງຄະນະຊາວໜຸ່ມຈົ່ງສືບຕໍ່ຊີ້ນຳຈັດຕັ້ງຄະນະຊາວ ໜຸ່ມຂັ້ນຕ່າງໆ ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດ, ບຸກລຸກ, ລະດົມກຳລັງໃຈ ແລະ ເສີມຂະຫຍາຍພູມປັນຍາ, ກຳລັງໜຸ່ມ, ນ້ຳໃຈປະຈັນບານໃນຊາວໜຸ່ມເຍົາວະຊົນທົ່ວປະເທດຢ່າງແຮງ. ຄຽງຂ້າງນັ້ນ, ບັນດາເພື່ອນຊາວໜຸ່ມດີເດັ່ນຕ້ອງສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ນັ້ນ, ອອກແຮງຝຶກຝົນຫຼໍ່ຫຼອມ, ນຳໜ້າໃນການຄົ້ນຄ້ວາ ແລະ ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ ແລະ ຊີວິດການເປັນຢູ່, ປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນປະຕິບັດບັນດາຈຸດໝາຍຊື່ງພັກ, ລັດໄດ້ວາງອອກສຳເລັດຜົນ“