ທ່ານນາງ ດັ້ງທິຫງອກທິ້ງ ຮັກສາການປະທານປະເທດ ລົງເຮັດວຽກຢູ່ແຂວງ ເຊີນລາ

(VOVWORLD) -ຕອນເຊົ້າວັນທີ 01 ຕຸລາ, ຢູ່ເມືອງ ໂມກເຈົາ, ແຂວງເຊີນລາ, ກອງບັນຊາການທະຫານປ້ອງກັນຊາຍແດນ ໄດ້ສົມທົບກັບ ບັນດາອົງການກ່ຽວຂ້ອງ ຈັດຕັ້ງກອງປະຊຸມສະຫຼຸບແຜນການຈຸດສູງແຫ່ງການຕໍ່ສູ້ ສະກັດກັ້ນອາດຊະຍາກໍາຢາເສບຕິດ ຢູ່ເຂດຊາຍແດນ ຂອງບັນດາເມືອງ ໂມກເຈົາ ແລະ ເວີນໂຮ່, ແຂວງເຊີນລາຂອງຫວຽດນາມ ໂດຍມີການເຂົ້າຮ່ວມຂອງ ທ່ານນາງ ດັ້ງທິຫງອກທິ້ງ ຮັກສາການປະທານປະເທດ ຫວຽດນາມ.

ຜ່ານໄລຍະ 6 ເດືອນແຫ່ງການຜັນຂະຫຍາຍແຜນການຈຸດສູງ ຕໍ່ສູ້, ສະກັດກັ້ນອາດຊະຍາກໍາຢາເສບຕິດ, ຢູ່ແຂວງເຊີນລາ, ວຽກງານຂົນຂວາຍມະຫາຊົນປ້ອງກັນ,ຕ້ານ ໄພຢາເສບຕິດ ແລະ ອາດຊະຍາກໍາຢາເສບຕິດ ໄດ້ຮັບການເພີ່ມທະວີ, ອາດຊະຍາກໍາຢາເສບຕິດກໍຫຼຸດໜ້ອຍຖອຍລົງ. ທີ່ກອງປະຊຸມ, ທ່ານນາງ ດັ້ງທິຫງອກທິ້ງ ຜູ້ຮັກສາການປະທານປະເທດ ໄດ້ມອບຂອງຂວັນໃຫ້ປ້ອມທະຫານປ້ອງກັນຊາຍແດຍ  ເຕີນຊວນ (ເມືອງ ເວີນໂຮ່) ແລະ ລ໊ອງເສີບ (ເມືອງໂມກເຈົາ).

ທ່ານນາງ ດັ້ງທິຫງອກທິ້ງ ຮັກສາການປະທານປະເທດ ລົງເຮັດວຽກຢູ່ແຂວງ ເຊີນລາ - ảnh 1 ທ່ານນາງ ດັ້ງທິຫງອກທິ້ງ ຜູ້ຮັກສາການປະທານປະເທດ ມອບງົວພັນໃຫ້ຄອບຄົວເປົ້າໝາຍນະໂນບາຍ (ພາບ:TTXVN)

ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງ ດັ້ງທິຫງອກທິ້ງ ຜູ້ຮັກສາການປະທານປະເທດ ກໍໄດ້ເຂົ້າຮ່ວມພິທີເປີດສະຫຼອງ ສໍານັກງານຄະນະກໍາມະການປະຊາຊົນຕາແສງເຕີນຊວນ,ເມືອງໂມກເຈົາ, ແຂວງເຊີນລາ; ມອບເຮືອນແຫ່ງສາຍຈິດມິດໃຈ 5 ຫຼັງ ແລະ ງົວພັນ ໃຫ້ແກ່ບາງຄອບຄົວເປົ້າໝາຍນະໂຍບາຍ, ມອບທຶນການສຶກສາ ຈໍານວນ 200 ທຶນ ໂດຍໄດ້ຫັກຈາກກອງທຶນຊ່ວຍເຫຼືອເດັກ ຫວຽດນາມ ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ ຂອງສອງເມືອງ ຄື ເມືອງ ໂມກເຈົາ ແລະ ເວິນໂຮ່, ແຂວງ ເຊີນລາ.

ຕອບກັບ

ຂ່າວ/ບົດ​ອື່ນ