ທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດ ເຮັດວຽກ ຢູ່ແຂວງ ເຊີນລາ


ທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດ ເຮັດວຽກ ຢູ່ແຂວງ ເຊີນລາ - ảnh 1
ທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາ
ແຫ່ງຊາດ ເຮັດວຽກ ຢູ່ແຂວງ ເຊີນລາ
(ພາບ: DangMai)


(vovworld) - ຕອນບ່າຍ​ວັນ​ທີ 12/12, ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ ທ່ານ​ນາງ ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ປະ​ຈຳ ຫວຽດ​ນາມ, ບັນ​ດາ ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ປະ​ຈຳ ຫວຽດ​ນາມ ໄດ້​ໄປຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ແຂວງ ເຊີນ​ລາ, ແຂວງ​ພູ​ດອຍ​ພາກ​ເໜືອ​ຂອງ​ຫວຽດ​ນາມ.  ບັນ​ດາ ທ່ານ​ນາງ ຫົວ​ໜ້າ​ອົງ​ການ​ຕາງ​ໜ້າ ປະ​ຈຳ ຫວຽດ​ນາມ, ບັນ​ດາ ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ປະ​ຈຳ ຫວຽດ​ນາມ ຢືນ​ຢັນວ່າ ແຂວງ ເຊີນ​ລາ ​ມີຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງເພື່ອ​ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ພັດ​ທະ​ນາ​ໃນຫຼາຍ​ຂົງ​ເຂດ. ​ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພັດ​ທະ​ນາເຂື່ອນໄຟຟ້ານ້ຳຕົກ, ການທ່ອງ​ທ່ຽວ, ​ການໝູນໃຊ້ວິ​ທະ​ຍາ​ສາດ​​ເຕັກ​ໂນ​ໂລ​ຢີ​​ຜະ​ລິດ​ກະ​ສິ​ກຳຄຸນ​ນະ​ພາບ​ສູງ.

        ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຮອງປະ​ທານຜູ້​ປະ​ຈຳ​ການສະ​ພາ​ແຫ່ງ​ຊາດ ແລະ ການ​ນຳ​ແຂວງ ເຊີນ​ລາ ສະ​ແດງ​ຄວາມປາດ​ຖະ​ໜາ​ວ່າ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ບັນ​ດາ​ຝ່າຍ​ນັບ​ມື້​ນັບ​ໄດ້​ຮັບ​ການຊຸກ​ຍູ້, ປະ​ກອບ​ສ່ວນ​ນຳ ເຊີນ​ລາ ກາຍ​ເປັນແຂວງ​ພັດ​ທະ​ນາພໍ​ສົມ​ຄວນ ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ