ທ່ານນາງ ຮອງປະທານປະເທດຫວຽດນາມພົບປະກັບຄະນະຜູ້ແທນຂອງລາຍການ “ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຈບຸນໃຈກຸສົນ”

(VOVWORLD) -ທ່ານນາງຮອງປະທານປະເທດຖືວ່າ ເພື່ອໃຫ້ກອງທຶນດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິຜົນໃນໄລຍະຈະມາເຖິງສິ່ງສຳຄັນທີ່ສຸດແມ່ນເຮັດແນວໃດເພື່ອລະດົມແຫລ່ງເງິນໃຫ້ກອງທຶນນັບມື້ນັບຫລາຍກວ່າ
ທ່ານນາງ ຮອງປະທານປະເທດຫວຽດນາມພົບປະກັບຄະນະຜູ້ແທນຂອງລາຍການ “ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຈບຸນໃຈກຸສົນ” - ảnh 1ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໂອ້ລົມກັບບັນດາຜູ້ໃຈບຸນໃຈກຸສົນດີເດັ່ນ
ພາບ:vietnam+

ຕອນບ່າຍວັນທີ 10 ມັງກອນ ທີ່ທຳນຽບປະທານປະເທດ, ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ປະທານສະພາປົກປ້ອງກອງທຶນປົກປ້ອງເດັກ ຫວຽດນາມ ໄດ້ມີການພົບປະກັບຄະນະຜູ້ແທນຂອງລາຍການ “ສະແດງຄວາມຮູ້ບຸນຄຸນຕໍ່ຜູ້ໃຈບຸນໃຈກຸສົນ”. ນີ້ແມ່ນບັນດານັກອຸປະຖຳດີເດັ່ນ ທີ່ໄດ້ມີການປະກອບສ່ວນຕັ້ງຫນ້າໃຫ້ແກ່ການເຄື່ອນໄຫວເພື່ອເດັກນ້ອຍປີ 2020. ກ່າວຄຳເຫັນທີ່ການພົບປະ ທ່ານນາງ ຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ຮັບຮູ້ ຍ້ອງຍໍບັນດາການປະກອບສ່ວນຕັ້ງຫນ້າຂອງສ່ວນບຸກຄົນ, ຫົວຫນ່ວຍ, ວິສາຫະກິດ ໃນການເບິ່ງແຍງ, ຫນູນຊ່ວຍເດັກ ພ້ອມທັງຍ້ອງຍໍກອງທຶນປົກປ້ອງເດັກ ຫວຽດນາມ ໄດ້ມີການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ, ປະກອບສ່ວນໃຫ້ແກ່ບັນດາການເຄື່ອນໄຫວປະກັນຊີວິດສັງຄົມຂອງປະເທດຊາດ. ທ່ານນາງຮອງປະທານປະເທດຖືວ່າ ເພື່ອໃຫ້ກອງທຶນດັ່ງກ່າວເຄື່ອນໄຫວຢ່າງມີປະສິດທິຜົນໃນໄລຍະຈະມາເຖິງສິ່ງສຳຄັນທີ່ສຸດແມ່ນເຮັດແນວໃດເພື່ອລະດົມແຫລ່ງເງິນໃຫ້ກອງທຶນນັບມື້ນັບຫລາຍກວ່າ ພ້ອມທັງເພີ່ມຈຳນວນຜູ້ອຸປະຖຳ ຈາກນັ້ນສ້າງແຫລ່ງກອງທຶນພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ