(VOVWORLD) -ຕອນຄ່ຳວັນທີ 17 ສິງຫາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດ ກາຕາ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ແລະ ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ພົບປະກັບພະນັກງານ, ພາລະກອນສະຖານທູດ, ຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ກາຕາ.
ທ່ານ ຫງວຽນດິງທາວເອກອັກຄະລັດຖະທຸດ ຫວຽດນາມ ປະຈຳກາຕາ ລາຍງານກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ກາຕາ (ພາບ: TTXVN) |
ທີ່ການພົບປະ, ທ່ານນາງ ເຈືອງທິມາຍ ໄດ້ແຈ້ງໃຫ້ຊາບບັນດາຂໍ້ມູນພື້ນຖານກ່ຽວກັບສະພາບການພົ້ນເດັ່ນພາຍໃນປະເທດ, ຮັບຮູ ແລະ ເຊີດຊູບັນດາຄວາມມານະພະຍາຍາມສູ້ຊົນຂອງພະນັກງານ, ພາລະກອນສະຖານທູດໃນການເສີມຂະຫຍາຍຈິດໃຈສາມັກຄີ, ສະໜິດຕິດພັນ, ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ຊຸກຍູ້ການຮ່ວມມືພົວພັນລະຫວ່າງສອງປະເທດໃຫ້ພັດທະນາ. ທ່ານນາງ ເຈືອງທິມາຍ ໄດ້ສະເໜີໃຫ້ສະຖານທູດຄວນສືບຕໍ່ເສິມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງສອງປະເທດ, ປະຕິບັດບັນດາວຽກງານຂອງກົງສູນ, ປະຊາຄົມ, ປົກປ້ອງພົນລະເມືອງໃຫ້ດີກ່ວານີ້ອີກ, ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ເຖິງຜູ້ອອກແຮງງານ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຢູ່ ກາຕາ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຊາດ, ກໍ່ສ້າງປະຊາຄົມໃຫ້ນັບມື້ນັບມີສະຖຽນລະພາບ ແລະ ພັດທະນາ, ຊ່ວຍພໍ່ແມ່ປະຊາຊົນເຂົ້າໃຈສະພາບການພາຍໃນປະເທດຢ່າງຈະແຈ້ງ ແລະ ຍາມໃດກໍ່ອ່ວາຍໜ້າເມືອຫາປະເທດຊາດ.
ໃນລາຍການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ກາຕາ ໃນລະຫວ່າງວັນທີ 17 – 21 ສິງຫາ, ທ່ານນາງ ເຈືອງທິມາຍ ແລະ ຄະນະຜູ້ແທນຈະມີການພົບປະ, ໂອ້ລົມສົນທະນາກັບການນຳຂອງສະພາແຫ່ງຊາດ, ລັດຖະບານ, ກະຊວງການຕ່າງປະເທດ ແລະ ກະຊວງພັດທະນາການບໍລິຫານ, ແຮງງານ ແລະ ບັນດາບັນຫາສັງຄົມຂອງກາຕາ.