ທ່ານນາງTheresaMayຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອັງກິດຢ່າງເປັນທາງການ

ທ່ານນາງTheresaMayຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອັງກິດຢ່າງເປັນທາງການ  - ảnh 1
ທ່ານ​ນາງ Theresa Mayຖືກ​ພະ​ລາ​ຊີ​ນີ Elizabeth II ​
ແຕ່ງຕັ້ງ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່ຢ່າງ​ເປັນ​ທາ​ງການ
(ພາບ: AP)

(vovworld) - ຕອນ​ບ່າຍ​ວັນ​ທີ 13/07 ທ່ານ​ນາງ Theresa May ອະດີດ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ອັງກິດ, ​ຖືກ​ພະ​ລາ​ຊີ​ນີ Elizabeth II ​ແຕ່ງຕັ້ງ​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່ຢ່າງ​ເປັນ​ທາ​ງການ ​ແທນ​ໃຫ້​ທ່ານ David Cameron ທີ່​ຫາ​ກໍ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ພະ​ລາ​ຊີ​ນີ ກໍ່​ຮຽກຮ້ອງ​ໃຫ້ທ່ານ​ນາງ  May ສ​້າງຕັ້ງ​ລັດຖະບານ​ໃໝ່​​ໃນ​ທັນທີ. ​ໃນ​ບົດ​ກ່າວ​ປາ​ໄສ​ທຳ​ອິດ ພາຍ​ຫລັງ​ຮັບ​ດຳ​ລົງ​ຕຳ​ແໜ່​ງ ທ່ານ​ນາງນາຍົກລັດຖະມົນຕີ ອັງກິດ ຄົນ​ໃໝ່ Theresa May ​ໃຫ້​ຮູ້​ວ່າ: ທ່ານ​ນາງ​ຈະ​ສືບ​ຕໍ່​ບໍລິຫານ​ລັດຖະບານ​ຕາມ​ຈິດ​ໃຈ​ຈະ​ຕໍ່ສູ້​ເພື່ອຄວາມ​ຍຸຕິ​ທ​ຳ​ໃນ​ສັງຄົມ ​ແລະ ລັດຖະບານ​ໃໝ່​ຂອງ​ທ່ານ​ນາງ​ຈະ​ເຄື່ອນ​ໄຫວ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ ຫາກ​ບໍ່​ແມ່ນ​ເພື່ອ​ຮັບ​ໃຊ້​​ໃຫ້​ບາງ​ຄົນ​ມີ​ສິດ​ພິ​ເສດ. ທ່ານ​ນາງ Theresa May ຢັ້ງຢືນ​ວ່າ ຈະ​ຄິດ​ເຖິງ​ຜົນ​ປະ​ໂຫຍ​ດຂອງສາມັນ​ຊົນກ່ອນ​ທີ່​ຕັດສິນບັນດາ​ບັນຫາ​​ໃຫຍ່ ​ແລະ ຈະ​ພະຍາຍາມ​ນຳ​​ເອົາ​ສິດ​ເປັນ​ເຈົ້າ​ຕົນ​ເອງຫລາຍ​ກ່ວາ​ໃຫ້​ແກ່​ປະຊາຊົນ​. ທ່ານ​ນາງ​ນາຍົກລັດຖະມົນຕີ Theresa May ຄົນ​ໃໝ່ ກໍ່​ໃຫ້​ຄຳ​ໝັ້ນ​ຄັນ​ຍາ​ຈະຮັກສາ​ປະ​ເທດ​ ອັງກິດ ​ໃຫ້ມີ​ບົດບາດ​ຕັ້ງໜ້າ​ໃໝ່ ​ແລະ ສຳຄັນ “ນອກ ອີ​ຢູ” ​ແລະ ກໍ່​ໃນ​ບົດ​ກ່າວ​ປາ​ໄສ​ເມື່ອ​ຮັບ​ດຳລົງ​ຕຳ​ແໜ່​ງ ທ່ານ​ນາງ Theresa May ກໍ່​ໄດ້​ຍ້ອງຍໍ​ສັນລະ​ເສີນ​ນາຍົກລັດຖະມົນຕີ ອາຍຸ​ການ​ກ່ອນ. ຕາມ​ທ່ານ​ນາງ​ແລ​້ວ, ທ່ານ David Cameron ​ໄດ້​ຊ່ວຍ​ຮັກສາ​ພື້ນຖານ​ເສດຖະກິດ ອັງກິດ ​ເປັນ​ປົກກະຕິ ​ແຕ່​ມໍ​ລະ​ດົກ​ໃຫຍ່​ທີ່ສຸຸດ ​ເຊິ່ງທ່ານ David Cameron ປະ​ໄວ້​ໃຫ້​ແມ່ນ​ຄວາມ​ຍຸຕິ​ທຳ​​ໃນສັງຄົມ​ ​ແລະ ນັ້ນ​ແມ່ນ​ເສັ້ນທາງ ​ເຊິ່ງທ່ານ​ນາງ​ເລືອກ​ເຟັ້ນ ​ເພື່ອ​ຊີ້ນ​ຳນຳພາ​ລັດຖະບານ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ