ທ່ານນາງ ດັ້ງທິຫງ້ອກທີ້ງ ຮອງປະທານປະເທດ
(vovworld) - ຕອນບ່າຍວັນທີ 9/8, ທີ່ເມືອງລອງໂຮ່, ແຂວງຫວີງລອງ, ທ່ານນາງ ດັ້ງທິຫງ້ອກທີ້ງ ຮອງປະທານປະເທດ, ພ້ອມກັບຜູ້ຕ່າງໜ້າກອງທຶນອຸປະກະລະເດັກນ້ອຍຫວຽດນາມ ແລະ ບັນດານັກອຸປະຖຳ ໄດ້ມອບລົບຖີບ 30 ຄັນ ແລະ ທຶນສຶກສາ 100 ພູດ, ແຕ່ລະຜູດມີມູນຄ່າ 1 ລ້ານດົ່ງ ໃຫ້ ບັນດານັກຮຽນທຸກຍາກ, ແຕ່ມັກຮຽນ ໃນບັນດາໂຮງຮຽນປະຖັມ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ໃນບໍລິເວນເມືອງ.
ໃນໄລຍະ 24 ປີຜ່ານມາ, ກອງທຶນອຸປະກະລະເດັກນ້ອຍຫວຽດນາມ ພ້ອມກັບ ກອງທຶນອຸປະກະລະເດັກນ້ອຍທຸກຂັ້ນ ໄດ້ບໍລິຈາກເງິນ 5000 ກວ່າ ຕື່ດົ່ງ ເພື່ອຊ່ວຍເຫຼືອໃຫ້ ເດັກນ້ອຍ 30 ລ້ານຄົນ ໃນຂອບເຂດທົ່ວປະເທດ.
ຄາດຄະເນວ່າ ໃນວັນທີ 10/8, ກອງທຶນອຸປະກະລະເດັກນ້ອຍຫວຽດນາມ ຈະມອບລົບຖິບ 30 ຄັນ ແລະ ທຶນສຶກສາ 100 ພູດ, ແຕ່ລະຜູດແມ່ນ 1 ລ້ານດົ່ງ ໃຫ້ບັນດານັກຮຽນປະຖົມເມືອງ ຕາມບີ່ງ.