ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກພາຍຸນ້ຳຖ້ວມຢູ່ແຄ໋ງຮ່ວາ

(VOVWORLD) - ນີ້ແມ່ນເຂດແຄມທະເລຖືກເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ Damrey ໃນໄລຍະຜ່ານມາ; ເຮືອນຊານຫຼາຍຫຼັງຖືກເປເພ, ເຮືອ, ກ່ຳປັ່ນຫຼາຍລຳຖືກຈົມນ້ຳ, ເປເພ. ທ່ານນາງປະທານສະພາແຫ່ງຊາດ ໄດ້ຢື້ຢາມຖາມຂ່າວ

ຕອນບ່າຍວັນທີ 16 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິຍ ໄດ້ລົງຢ້ຽມຢາມ, ລະດົມກຳລັງໃຈພໍ່ແມ່ປະຊາຊົນຖືກຜົນສະທ້ອນຈາກພາຍຸ Damrey ຢູ່ຕາແສງ ຫວີງເລືອງ ແລະ ຫວີງເຢືອງ, ນະຄອນ ຍາຈາງ, ແຂວງແຄ໋ງຮ່ວາ. ນີ້ແມ່ນເຂດແຄມທະເລຖືກເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ Damrey ໃນໄລຍະຜ່ານມາ; ເຮືອນຊານຫຼາຍຫຼັງຖືກເປເພ, ເຮືອ, ກ່ຳປັ່ນຫຼາຍລຳຖືກຈົມນ້ຳ, ເປເພ. ທ່ານນາງປະທານສະພາແຫ່ງຊາດ ໄດ້ຢື້ຢາມຖາມຂ່າວ, ລະດົມກຳລັງໃຈພໍ່ແມ່ປະຊາຊົນຜ່ານຜ່າຄວາມຫຍຸ້ງຍາກໃນຕໍ່ໜ້າ, ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໄປຢື້ຢາມຖາມຂ່າວແມ່ ຫວຽດນາມ ວິລະຊົນ ຫວໍທິຈຶ່ງ, ອາຍຸ 97 ປີຢູ່ຕາແສງ ຫວີງເລືອງ…

          ໃນການຢ້ຽມຢາມຄັ້ງນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຊອກຮູ້ການເຄື່ອນໄຫວຂອງບັນດາວິສາຫະກິດຖືກເສຍຫາຍຢ່າງໜັກໜ່ວງຈາກພາຍຸລູກທີ 12 ນັ້ນແມ່ນ: ບໍລິສັດ ແທງເຄວ ຈຳກັດ; ບໍລິສັດ ຢາສູບ Khatoco ແຂວງແຄ໋ງຮ່ວາ. ທ່ານນາງປະທານສະພາແຫ່ງຊາດ ໄດ້ແລກປ່ຽນ, ລະດົມກຳລັງໃຈການນຳວິສາຫະກິດ ແລະ ຄົນງານສຸມໃສ່ແກ້ໄຂຄວາມເສຍຫາຍຈາກໄພພິບັດທຳມະຊາດກໍ່ຂຶ້ນ, ແກ້ໄຂວຽກງານໃຫ້ປະຊາຊົນເປັນປົກກະຕິ.

          ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຮັດວຽກກັບການນຳແຂວງ ແຄ໋ງຮ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ