ທ່ານນາງປະທານສະພາແຫ່ງຊາດລາວ ຢ້ຽມຢາມນະຄອນໂຮ່ຈິມິນ ແລະ ຕ່ຽນຢາງ

ທ່ານນາງປະທານສະພາແຫ່ງຊາດລາວ ຢ້ຽມຢາມນະຄອນໂຮ່ຈິມິນ ແລະ ຕ່ຽນຢາງ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້
ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ໂຮ່ຈິ​ມິນ
(ພາບ: TTXVN)


(vovworld) -     ຕອນ​ຄໍ່າ​ວັນ​ທີ 08/01, ​ໃນ​ການ​ຕ້ອນຮັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ໂຮ່ຈິ​ມິນ, ທ່ານ​ເລຂາ​ຄະນະ​ພັກນະຄອນ​ໂຮ່ຈິ​ມິນ ​ເລ​ແທງ​ຫາຍ ຢືນຢັນ​ວ່າ ຍາມ​ໃດນະຄອນ​ໂຮ່ຈິ​ມິນ ກໍ​ຈະເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະຕິບັດ​ບັນດາ​ເນື້ອ​ໃນ​ຕົກລົງ​ຮ່ວມ​ມື​ລະຫວ່າງ 2 ກົມ​ການ​ເມືອງ​ເປັນ​ຢ່າງ​ດີ, ພ້ອມ​ທັງ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ນະຄອນຫຼວງ​ວຽງ​ຈັນ ​ແລະ ບາງ​ແຂວງ​ທາງ​ພາກ​ໃຕ້​ຂອງ​ລາວ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງທາງ​ນະຄອນ​ໂຮ່ຈິ​ມິນ ສືບ​ຕໍ່​ມີ​ບັນດາ​ການ​​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ​ກັບ​ນະຄອນຫຼວງ​ວຽງ​ຈັນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ.

        ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ໄດ້​ໄປ​ຢ້ຽມຢາມ​ແຂວງ ຕ່ຽນຢາງ. ກ່າວ​ຄຳ​ເຫັນ​ນະທີ່​ນິ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ​ຂອງທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ລາວ ​ໄດ້​ສະ​ແດງ​​ໃຫ້​ເຫັນການ​ຮ່ວມ​ມື, ມິດຕະພາບ ​ແລະ ຄວາມ​ສາມັກຄີສະໜິດຕິດ​ພັນ​ລະຫວ່າງ 2 ພັກ, 2 ຊາດ​ຫວຽດນາມ - ລາວ. ການ​ຢ້ຽມຢາມ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​ຂອງ​ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ລາວ ປານີ ຢາ​ທໍ່​ຕູ້ ​ໄດ້​ປະກອບສ່ວນ​ຢ່າງຕັ້ງ​ໜ້າ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄຸນ​ສ້າງສາຍພົວພັນ​ສາມັກຄີລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ