ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ ແລະ ນິວເຊີແລນ
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຕ້ອນຮັບທ່ານ Craig Chittick ເອກອັກຄັດລັດຖະທູດ ອົດສະຕາລີ
|
(vovworld)- ຕອນບ່າຍວັນທີ 25/4 ຢູ່ ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ຕ້ອນຮັບທ່ານ Craig Chittick ເອກອັກຄັດລັດຖະທູດ ອົດສະຕາລີ ແລະ ທ່ານ Wendy Matthews ເອກອັກຄະລັດຖະທູດ ນິວເຊີນແລນ. ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ຊົມເຊີຍ ອົດສະຕາລີ ແມ່ນຫນຶ່ງໃນບັນດາປະເທດມີການພົວພັນຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບຢ່າງແຫນ້ນແຟ້ນແລະມີປະສິດທິຜົນກັບຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ມີຄວາມເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືເສດຖະກິດລະຫວ່າງສອງຝ່າຍຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ ອົດສະຕາລີ ໃຫ້ຮູ້ວ່າ: ອົດສະຕາລີ ເປີດເຜີຍທັດສະນະຂອງຕົນ, ຢືນຢັນທັດສະນະສະເຫມີຕົ້ນສະເຫມີປາຍກ່ຽວກັບບັນຫາທະເລຕາເວັນອອກ, ເຊີດຊູເລື່ອງຮັບປະນສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ.
ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ນິວເຊີແລນ Wendy Matthews, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ປາດຖະຫນາຢາກ ນິວເຊີແລນ ສືບຕໍ່ຮ່ວມມື, ຫນູນຊ່ວຍຫວຽດນາມ ພັດທະນາແບບຍືນຍົງ ແລະ ຢືນຢັນ: ຫລັກໝັ້ນຂອງຫວຽດນາມກ່ຽວກັບທະເລຕາເວັນອອກ ນັ້ນແມ່ນ ບັນດາບັນຫາກ່ຽວຂ້ອງເຖິງຂົງເຂດນີ້ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ພິເສດ ແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.