ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດ ອົດສະຕາລີ ແລະ ເອກອັກຄະລັດຖະທູດ ສ.ເກົາຫຼີ
(VOVWORLD) -ທ່ານນາງປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍ ຜັນຂະຫຍາຍການກໍ່ສ້າງຍຸດທະສາດການຮ່ວມມືດ້ານເສດຖະກິດໃຫ້ຫຼາຍກວ່າອີກ ເພື່ອມຸ່ງໄປເຖິງເປົ້າໝາຍໄດ້ນອນໃນ Top 10 ຄູ່ຮ່ວມມືການຄ້າແຖວໜ້າຂອງກັນ...
ທີ່ການຕ້ອນຮັບທ່ານນາງ Robyn Mudie, ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ຫວຽດນາມ ໃນຕອນເຊົ້າວັນທີ 19 ກຸມພາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ແບ່ງປັນຄວາມເສຍຫາຍອັນໜັກໜ່ວງກັບປະຊາຊົນ ອົດສະຕາລີ ກ່ຽວກັບເຫດໄຟໄໝ້ປ່າທີ່ເກີດຂຶ້ນຫວ່າງມໍ່ໆມານີ້ ແລະ ເຊື່ອໝັ້ນວ່າ ປະຊາຊົນ ອົດສະຕາລີ ຈະແກ້ໄຂບັນດາຜົນຮ້າຍຢ້ອນຫຼັງ ແລະ ກັບຄືນສູ່ການດໍາລົງຊີວິດເປັນປົກກະຕິໂດຍໄວ ແລະ ສືບຕໍ່ພັດທະນາປະເທດຊາດ. ເມື່ອແລກປ່ຽນກ່ຽວກັບການພົວພັນທາງການທູດລະຫວ່າງສອງຝ່າຍ, ທ່ານນາງປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍ ຜັນຂະຫຍາຍການກໍ່ສ້າງຍຸດທະສາດການຮ່ວມມືດ້ານເສດຖະກິດໃຫ້ຫຼາຍກວ່າອີກ ເພື່ອມຸ່ງໄປເຖິງເປົ້າໝາຍໄດ້ນອນໃນ Top 10 ຄູ່ຮ່ວມມືການຄ້າແຖວໜ້າຂອງກັນ ແລະ ເພີ່ມທະວີການລົງທຶນລະຫວ່າງສອງສົ້ນໃຫ້ຂຶ້ນທົບ 2 ເທົ່າ, ກ່ອນອື່ນໝົດ ແມ່ນບັນລຸວົງເງິນການຄ້າໃຫ້ໄດ້ 10 ຕື້ USD ໃນປີ 2020.
ສ່ວນທ່ານນາງເອກອັກຄະລັດຖະທູດ Robyn Mudie ຢັ້ງຢືນວ່າ ອົດສະຕາລີ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ໜູນຊ່່ວຍການພັດທະນາໃຫ້ແກ່ຫວຽດນາມ; ພ້ອມກັບຫວຽດນາມ ຍູ້ແຮງ, ຍົກສູງກໍາລັງຄວາມສາມາດ, ບົດບາດຂອງແມ່ຍິງໃນການພັດທະນາເສດຖະກິດ; ຮ່ວມເດີນທາງພ້ອມກັບຫວຽດນາມ ໃນບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021, ປະທານ ອາຊຽນ 2020 ແລະ ປະທານ AIPA 2020.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານ Park Noh – wan ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສ.ເກົາຫຼີ ປະຈໍາຫວຽດນາມ (ພາບ: TTXVN) |
ໃນຕອນເຊົ້າຂອງວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ໃຫ້ການຕ້ອນຮັບທ່ານ Park Noh – wan ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ ສ.ເກົາຫຼີ ປະຈໍາຫວຽດນາມ ເຊັ່ນດຽວກັນ.