ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະກັບບັນດາທ່ານນາງເອກອັກຄະລັດຖະທູດ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ພົບປະກັບບັນດາທ່ານນາງເອກອັກຄະລັດຖະທູດ
|
(vovworld)- ຕອນເຊົ້າວັນທີ 5/3 ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບບັນດາທ່ານນາງເອກອັກຄະລັດຖະທູດ, ຫົວຫນ້າຜູ້ຕາງຫນ້າບັນດາອົງການສາກົນຢູ່ຫວຽດນາມ ເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍິງສາກົນ 8/3. ທ່ານປະທານປະເທດເຈີນດ້າຍກວາງກໍໄດ້ເຂົ້າຮ່ວມເຫດການນີ້. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ອວຍພອນບັນດາ ທ່ານນາງເອກອັກຄະລັດຖະທູດ, ຫົວຫນ້າຜູ້ຕາງຫນ້າບັນດາອົງການສາກົນ ເນື່ອງໃນໂອກາດວັນແມ່ຍິງສາກົນ 8/3 ແລະ ປາດຖະຫນາວ່າ ໃນໄລຍະຈະມາເຖິງ, ກຸ່ມສະມາຊິກສະພາແຫ່ງຊາດຍິງ ຈະຊຸກຍູ້ບັນດາການເຄື່ອນໄຫວແທດຈິງຫລາຍກວ່າ ດ້ວຍລາຍການເຄື່ອນໄຫວໃຫມ່, ອຸດົມສົມບູນ ແລະ ຫລາຍຮູບຫລາຍແບບກວ່າ ເພື່ອປະກອບສ່ວນຍົກສູງບົດບາດຂອງແມ່ຍິງຫວຽດນາມ ກໍຄືບັນດາສະມາຊິກສະພາແຫ່ງຊາດຍິງ ໃນວິວັດການພັດທະນາແບບຍືນຍົງ, ເຊື່ອມໂຍງເຂົ້າກັບສາກົນ, ຫັນຄຳເວົ້າເປັນຮູບປະທຳ, ຫັນບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ປະກົດຜົນເປັນຈິງ.
“ໂຊກດີຫລາຍເພາະວ່າ ຮ່ວມເດີນທາງກັບຫວຽດນາມ ຍາມໃດກໍມີການຫນູນຊ່ວຍຂອງປະຊາຄົມສາກົນ ຊື່ງຕາງຫນ້າແມ່ນບັນດາທ່ານນາງເອກອັກຄະລັດຖະທູດຍິງ, ຫົວຫນ້າຜູ້ຕາງຫນ້າບັນດາອົງການສາກົນຢູ່ຫວຽດນາມ. ຜ່ານນັ້ນ ຫວຽດນາມ ໄດ້ຮັບບົດຮຽນຫລາຍຢ່າງຈາກບັນດາປະເທດ, ໄດ້ຮັບການຫນູນຊ່ວຍທັງແຫລ່ງກຳລັງ ແລະ ເຕັກນິກ ເພື່ອຊຸກຍູ້ວິວັດການເຊື່ອມໂຍງ, ປະຕິບັດບັນດາເປົ້າໝາຍສະຫັດສະວັດ ແລະ ພັດທະນາແບບຍືນຍົງ ແລະ ພວມຮ່ວມເດີນທາງກັບຫວຽດນາມ ມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາຮອດປີ 2030.”