ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ
ພົບປະກັບທ່ານ ໄຊສົມພອນ ພົມວິຫານ, ປະທານສູນກາງແນວລາງສ້າງຊາດ
|
(vovworld)- ຕອນເຊົ້າວັນທີ 27/9, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະກັບທ່ານ ໄຊສົມພອນ ພົມວິຫານ, ປະທານສູນກາງແນວລາງສ້າງຊາດ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ຢືນຢັນວ່າ: ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ຮ່ວມມືຢ່າງສະຫນິດແຫນ້ນກັບວຽກງານແນວໂຮມ, ສະຫນັບສະຫນູນບັນດາການເຄື່ອນໄຫວຮ່ວມມືລະຫວ່າງແນວໂຮມສອງປະເທດ, ປະກອບສ່ວນສຳຄັນເຂົ້າໃນການຮັດແຫນ້ນຄວາມສາມັກຄີ, ພັດທະນາ ແລະ ເຮັດໃຫ້ການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງຊາດຫວຽດນາມ ແລະ ລາວເລິກເຊິ່ງກວ່າ. ທ່ານນາງ ຫງວຽນທິກີມເງິນ ເນັ້ນຫນັກວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມແລະລາວ.