ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ
(ພາບປະກອບ)
(vovworld) – ທີ່ການຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດຊຸດຕ່າງໆ (ສສຊ) ຂອງແຂວງ ກວາງນິງ (ສສຊ) ໃນຕອນບ່າຍວັນທີ 5/7, ທີ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແຈ້ງໃຫ້ຊາບ ກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດໃນໄລຍະຈະມາເຖິງ. ໃນນັ້ນມີການກະກຽມຂອງກອງປະຊຸຸມສະໄໝສາມັນຄັ້ງປະຖົມມະເລີກສະພາແຫ່ງຊາດຊຸດທີ 14, ສະຫລຸບວຽກງານອາຍຸການຂອງສະພາເລືອກຕັ້ງແຫ່ງຊາດ, ປະຕິບັດແຜນຮ່າງປ່ຽນໃໝ່, ຍົກສູງປະສິດທິຜົນຂອງການເຄື່ອນໄຫວຂອງສະພາແຫ່ງຊາດ, ຝຶກອົບຮົມທັກສະໃຫ້ ສສຊ ໃໝ່. ສສຊ ຊຸດທີ 14 ມີ 496 ທ່ານເວົ້າລວມ ແລະ ບັນດາ ສສຊ ແຂວງ ກວາງນີງ ເວົ້າສະເພາະຈະສືບທອດບັນດາຜົນງານອັນເໝາະສົມນັ້ນ ແລະ ປະຕິບັດໜ້າທີ່ເຊ່ິງພັກ, ລັດໄດ້ມອບໝາຍໃຫ້.