ທ່ານນາງ ຫງວຽນທິກີມເງີນ ຕ້ອນຮັບ ທ່ານ
Halimah Yacob ປະທານສະພາແຫ່ງຊາດ ສິງກະໂປ
(vovworld) - ຢູ່ນອກ ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 37 (AIPA – 37), ໃນວັນທີ 30/9, ທີ່ນະຄອນ Nay Pyi Taw, ປະເທດ ສາທາລະນະລັດສະຫະພັນ ມຽນມາ, ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Halimah Yacob ປະທານສະພາແຫ່ງຊາດ ສິງກະໂປ. ຕີລາຄາສູງການພົວພັນຂອງສອງປະເທດ, ສອງສະພາແຫ່ງຊາດທີ່ໄດ້ຮັບການພັດທະນາຢ່າງດີງາມ, ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ຊີ້ແຈ້ງ ສອງຝ່າຍດຳເນີນແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ຫວ່າງມໍ່ໆມານີ້ແມ່ນການຢ້ຽມຢາມ ຫວຽດນາມ ຂອງ ທ່ານ ຈຽວຈີສຽນ ຮອງນາຍົກລັດຖະມົນຕີ ສິງກະໂປ ເພື່ອເຂົ້າຮ່ວມເຫດການພິເສດສະເຫຼີມສະຫຼອງວັນສ້າງຕັ້ງບັນດາເຂດອຸດອາຫະກຳ ຫວຽນາມ - ສິງກະໂປ (VSIP) ຄົບຮອບ 20 ປີ ຢູ່ ແຂວງ ບີ່ງເຢືອງ. ສອງຝ່າຍຍາມໃດກໍ່ເປັນເຈົ້າການ, ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສ້າງທັດສະນະລວມໃນບັນດາເວທີປາໃສ່ພາກພື້ນ ແລະ ສາກົນ. ທ່ານນາງ ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີ ສອງຝ່າຍເສີມຂະຫຍາຍບັນດາປະຕິບັດງານນີ້ຢ່າງຕັ້ງໜ້າ, ສືບຕໍ່ສາມັກຄີ, ຮ່ວມມືໃນໄລຍະຈະມາເຖິງຢ່າງແໜ້ນແຟ້ນກວ່າອີກ.