( vovworld ) - ຕອນບ່າຍວັນທີ 31/5, ຢູ່ສຳນັກງານປະທານາທິບໍດີ, ປະທານາທິບໍດີເກຼັກ Karolos Papoulias ໄດ້ໃຫ້ການຕ້ອນຮັບທ່ານນາງຮອງປະທານປະເທດ ສສ ຫວຽດນາມ Nguyen Thi Doan ເຂົ້າຢ້ຽມຕາມພິທີການທູດ ເນື່ອງໃນໂອກາດທ່ານນາງນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງຄັ້ງທີ 22, ເຊິ່ງຖືກຈັດຂຶ້ນຢູ່ ອາແທນ, ປະເທດເກຼັກ. ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບເກຼັກ. ທ່ານນາງຮອງປະທານປະເທດປາດຖະໜາວ່າ ສອງຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ໂດຍສະເພາະແມ່ນໃນຂົງເຂດເຊິ່ງສອງປະເທດມີຄວາມສາມາດບົມຊ້ອນຫຼາຍຢ່າງ ແລະ ຮ່ວມມືຢູ່ໃນບັນດາເວທີປາໄສຂອງສະຫະປະຊາຊາດ ແລະ ບັນດາເວທີປາໄສສາກົນຢ່າງແໜ້ນແຟ້ນ. ແບ່ງປັນຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງເຊິ່ງລັດຖະບານ ແລະ ປະຊາຊົນເກຼັກ ພວມຕ້ອງປະເຊີນໜ້າ. ທ່ານປະທານາທິບໍດີເກຼັກ Karolos Papoulias ສະແດງຄວາມເຊື່ອໝັ້ນຕໍ່ແງ່ຫວັງອັນດີງາມຂອງການພົວພັນລະຫວ່າງສອງປະເທດ ແລະ ຢືນຢັນວ່າ ເກຼັກ ພ້ອມແລ້ວທີ່ຈະຮ່ວມມືກັບຫວຽດນາມ ຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແຂງແຮງໃນທຸກໆຂົງເຂດ, ຕອບສະໜອງຄວາມມຸ້ງມາດປາດຖະໜາ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ.
ກອນໜ້ານັ້ນ, ໃນຕອນເຊົ້າວັນທີ 31/5, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ເປັນປະທານເວທີວິປາໄສວິສາຫາກິດຫວຽດນາມ - ເກຼັກ. ທ່ານນາງຮອງປະທານປະເທດໄດ້ຢືນຢັນວ່າ ບັນດາວິສາຫະກິດ, ນັກລົງທຶນຕ່າງປະເທດ, ໃນນັ້ນມີເກຼັກ, ລົງທຶນດຳເນີນທຸລະກິດຢູ່ຫວຽດນາມ ໄດ້ຮັບຖືວ່າແມ່ນພາກສ່ວນໜື່ງຂອງພື້ນຖານເສດຖະກິດຫວຽດນາມ. ທ່ານນາງຮອງປະທານປະເທດກໍຢືນຢັນກວ່າ ຫວຽດນາມຈະສືບຕໍ່ສຳເລັດລະບອບກົດໝາຍ ແລະ ປະຕິຮູບລະບຽບການດ້ານບໍລິຫານ ເພື່ອແນໃສ່ສ້າງສະພາບແວດລ້ອມທີ່ໂປ່ງໃສ, ກະຈາງແຈ້ງ ແລະ ສະດວກສະບາຍກ່ວາອີກໃຫ້ແກ່ບັນດານັກລົງທຶນ.