ທ່ານນາງຮອງປະທານປະເທດ Nguyen Thi Doan ພົບປະສັງສັນຜູ້ແທນຊົນເຜົ່າສ່ວນຫນ້ອຍ

ທ່ານນາງຮອງປະທານປະເທດ Nguyen Thi Doan ພົບປະສັງສັນຜູ້ແທນຊົນເຜົ່າສ່ວນຫນ້ອຍ  - ảnh 1
ທ່ານນາງຮອງປະທານປະເທດ ຫວຽດນາມ Nguyen Thi Doan
ພາບ: internet


(vovworld) - ຕອນ​ເຊົ້າ​ວັນ​ທີ 29/8 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດນາມ Nguyen Thi Doan ​ໄດ້​ມີ​ການ​ພົບ​ປະ​ສັງ​ສັນ​ຄະນະ​ຜູ້​ແທນ​ຜູ້​ມີ​ອິດ​ທິພົນ​​ໃນໝູ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແຂວງ Thanh Hoa ​ມາ​ຢ້ຽມຢາມ​ນະຄອນຫລວງ ຮ່າ​ໂນ້ຍ ​ເນື່ອ​ງໃນ​ໂອກາດ​ສະ​ເຫລີ​ມສະຫລອງ 67 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ ຫວຽດນາມ ທີ 2/9. ທ່ານນາງ​ຮອງ​ປະທານປະ​ເທດ Nguyen Thi Doan ​ໄດ້​ຕີ​ລາຄາ​ສູງຄວາມ​ສຸດ​ຈິດ​ສຸດ​ໃຈ, ຄຸນງາມຄວາມດີ, ການ​ອຸທິດ​ສ່ວນ​ຂອງ​ບັນດາ​ຜູ້​ມີ​ອິດ​ທິພົນ​ໃນ​ວົງ​ຄະນາ​ຍາດ​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ແຂວງ Thanh Hoa ​ໃນ​ກິດຈະການ​ສ້າງ​ຊີວິດ​ໃຫມ່​ຂອງ ​ປະຊາຊົນຊົນ​ເຜົ່າ​ສ່ວນ​ຫນ້ອຍ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ປາດ​ຖະຫນາ​ວ່າ ບັນດາ​ຜູ້​ແທນ​ຈະ​ເສີມ​ຂະຫຍາຍ​ບົດບາດ​ແມ່ນ​ກຳລັງ​ຫລັກ​ແຫ​ລ່ງ, ​ເປັນ​ຂົ​ວ​ເຊື່ອມ​ຕໍ່​ລະຫວ່າງ​ພັກ, ລັດ ກັບ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ​ແລະ ​ເປັນ​ແບບຢ່າງ​ໃນ​ການ​ດຳ​ເນີນ​ຊີວິດ, ການ​ອອກ​ແຮງ​ງານທຳຜະລິດ​​ເພື່ອ​ໃຫ້​ລູກ​ຫລານ ​ແລະ ປະຊາຊົນ​ຊົນ​ເຜົ່າ​ຢູ່​ທ້ອງ​ຖິ່ນ​ປະຕິບັດ​ຕາມ.

 

 

ຂ່າວ/ບົດ​ອື່ນ