ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ລົງຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ຢູ່ແຂວງຫວິງລອງ
(VOVWORLD) -ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ຊົມເຊີຍຕໍ່ບັນດາໝາກຜົນທີ່ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຕາແສງຫງວຽນວັນແຖງ ແລະ ເຕີນແທ່ງ ບັນລຸໄດ້ໃນໄລຍະຜ່ານມາ, ພົ້ນເດັ່ນທີ່ສຸດແມ່ນວຽກງານ ຫຼຸດຜ່ອນຄວາມທຸກຍາກ, ວຽກງານກໍ່ສ້າງຊົນນະບົດໃໝ່ ແລະ ຫັນປ່ຽນໂຄງປະກອບເສດຖະກິດ ເພື່ອຍົກສູງລາຍຮັບໃຫ້ແກ່ປະຊາຊົນ.
ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ມອບຂອງຂວັນຈໍານວນ ໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ຕາແສງ ຫງວຽນວັນແຖງ ແລະ ເຕີນແທ່ງ
(ພາບ: TTXVN)
|
ວັນທີ 8 ສິງຫາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນຈໍານວນ 150 ພູດ ໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ຜູ້ຖືກຜົນສະທ້ອນຈາກທາດພິດສີສົ້ມ ຫຼື ດີໂອຊີນ ຢູ່ ສອງຕາແສງຄື: ຫງວຽນວັນແຖງ ແລະ ເຕີນແທ່ງ, ເມືອງບິງເຕີນ,ແຂວງຫວິງລອງ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ຊົມເຊີຍຕໍ່ບັນດາໝາກຜົນທີ່ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນຕາແສງຫງວຽນວັນແຖງ ແລະ ເຕີນແທ່ງ ບັນລຸໄດ້ໃນໄລຍະຜ່ານມາ, ພົ້ນເດັ່ນທີ່ສຸດແມ່ນວຽກງານ ຫຼຸດຜ່ອນຄວາມທຸກຍາກ, ວຽກງານກໍ່ສ້າງຊົນນະບົດໃໝ່ ແລະ ຫັນປ່ຽນໂຄງປະກອບເສດຖະກິດ ເພື່ອຍົກສູງລາຍຮັບໃຫ້ແກ່ປະຊາຊົນ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ປາດຖະໜາວ່າ ສອງທ້ອງຖິ່ນດັ່ງກ່າວ ຈົ່ງມານະພະຍາຍາມ, ສູ້ຊົນ ເພື່ອພັດທະນາເສດຖະກິດ-ສັງຄົມໃຫ້ຍືນຍົງ, ປະຕິບັດນະໂຍບາຍສໍາລັບຜູ້ມີຄຸນງາມຄວາມດີ ໃຫ້ເປັນຢ່າງດີ, ມານະພະຍາຍາມ ຫຼຸດຜ່ອນຄວາມທຸກຍາກ ແລະ ກາຍເປັນຊົນນະບົດໃໝ່ຢ່າງວ່ອງໄວໃນໄລຍະຈະມາເຖິງ.