ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່ານາມ
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ພົບປະກັບຜູ້ມີສິດເລືອກຕັ້ງແຂວງຮ່ານາມ
(ພາບ: baomoi.com)
(vovworld) – ໃນລະຫວ່າງວັນທີ 22 – 23/09, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດແຂວງຮ່ານາມ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ວັນລິ໋, ເມືອງ ລິ໋ເຍີນ ແລະ ຕາແສງ ດິງຊາ, ນະຄອນຟຸລິ໋. ທີ່ບັນດາການພົບປະ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ແຈ້ງໃຫ້ຜູ້ມີສິດເລືອກຕັ້ງຊາບບາງບັນຫາທີ່ກ່ຽວຂ້ອງເຖິງສະພາບການຂອງປະເທດຊາດ ແລະ ບັນດາຄວາມມານະພະຍາຍາມເພື່ອປົກປັກຮັກສາອະທິປະໄຕ, ພັດທະນາ ແລະ ສ້າງສາປະເທດຊາດໃນປະຈຸບັນ. ທ່ານນາງຮອງປະທານປະເທດ ສະເໜີໃຫ້ບັນດາຜູ້ມີສິດເລືອກຕັ້ງສາມັກຄີກັນ, ເຊື່ອໝັ້ນຕໍ່ການຊີ້ນຳ, ນຳພາຂອງພັກ, ລັດ ກໍ່ຄືພ້ອມກັນແບ່ງປັນຄວາມຫຍຸ້ງຍາກໃນປະຈຸບັນຂອງປະເທດຊາດ. ທ່ານນາງຮອງປະທານປະເທດ ໄດ້ຮັບເອົາຄຳເຫັນປະກອບຂອງຜູ້ມີສິດເລືອກຕັ້ງ ແລະ ໄດ້ຕ້ອບຄຳຖາມໂດຍກົງ, ເຮັດແຈ້ງບາງບັນຫາເຊິ່ງຜູ້ມີສິດເລືອກຕັ້ງເອົາໃຈໃສ່. ທ່ານນາງຮອງປະທານປະເທດ ກໍ່ຮຽກຮ້ອງໃຫ້ການນຳອຳນາດການປົກຄອງທຸກຂັ້ນຂອງແຂວງຮ່ານາມ ຕ້ອງຮັບເອົາ, ພິຈາລະນາແກ້ໄຂບັນດາຄຳເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງໃຫ້ຖືກຕາມສິດອຳນາດ.