(vovworld) – ວັນທີ 22/07, ຢູ່ນະຄອນ ຍາຈາງ, ກອງທຶນຊ່ວຍເຫຼືອເດັກຫວຽດນາມ ໄດ້ມອບທຶນສຶກສາ “ພ້ອມກັບພວກນ້ອງໄປໂຮງຮຽນ” 150 ພູດ ໃຫ້ແກ່ລູກຫຼານນັກຮົບພວມປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະ ແລະ ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດແຂວງ ແຂ໋ງຮ່ວາ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ, ປະທານສະພາປົກປ້ອງກອງທຶນຊ່ວຍເຫຼືອເດັກຫວຽດນາມ ໄດ້ມອບທຶນສຶກສາໃຫ້ນັກຮຽນແຕ່ລະຄົນ, ແຕ່ລະພູດມີມູນຄ່າ 3 ລ້ານດົງ. ລາຍການທຶນສຶກສາ “ພ້ອມກັບພວກນ້ອງໄປໂຮງຮຽນ” ໄດ້ຮັບການປຸກລະດົມແຕ່ເດືອນ 09/2013, ກອງທຶນໄດ້ມອບທຶນສຶກສາໃຫ້ນັກຮຽນປະມານ 6.500 ຄົນ ຢູ່ 48 ແຂວງ, ນະຄອນ ດ້ວຍຈຳນວນເງິນເກືອບ 19 ຕື້ດົງ.