ທ່ານນາງຮອງປະທານປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ

ທ່ານນາງຮອງປະທານປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມອະນາຄົດອາຊີ  - ảnh 1
ກອງ​ປະຊຸມ​ອະນາຄົດ​ອາຊີ

(vovworld) - ກອງ​ປະຊຸມ​ສາກົນ​ທີ່​ມີ​ຫົວ​ຂໍ້​ວ່າ “ອະນາຄົດ​ອາຊີ” ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 24/5, ຢູ່ ​ໂຕ​ກຽວ. ດ້ວຍ​ຫົວ​ຂໍ້​ວ່າ “ບົດບາດ​ຂອງ ອາຊີ ​ໃນ​ໂລກ​ຂາດ​ສະຖຽນ​ລະ​ພາບ - ຊອກ​ຫາ​ຮູບ​ແບບ​ເຕີບ​ໂຕ​ໃໝ່”, ກອງ​ປະຊຸມ​ໄດ້​ປຶກສາ​ຫາລືບັນດາ​ບັນຫາ​ເຄັ່ງ​ຮ້ອນ, ບັນດາ​ການ​ທ້າ​ທາຍ​ຕໍ່​ພາກ​ພື້ນ​​ໃນ​ສະພາບ​​ໂລກ​ຄື​ປະຈຸ​ບັນ ກໍ​ຄື​ແງ່​ຫວັງ​ຮ່ວມ​ມື​ຂອງ​ພາກ​ພື້ນ. ຄະນະ​ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ປະ​ເທ​​ດ Nguyen Thi Doan ນຳ​ໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມ. ​ທີ່​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ Surin Pitsuwan ​ເນັ້ນ​ໜັກ​ວ່າ: ບັນດາ​ປະ​ເທດ ອາຊີ ພວມ​ປະ​ເຊີນ​ໜ້າ ກັບ​ການ​ທ້າ​ທາຍ​ທີ່​ມີ​ລັກສະນະ​ພາກ​ພື້ນ ​ແລະ ທົ່ວ​ໂລກ ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ສິ່ງ​ແວດ​ລ້​ອມ​.​..​ ​ໃນ​ສະພາບ​ການ​ນັ້ນ, ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ນັບ​ມື້​ນັບ​ສວມ​ບົດບາດ​ສຳຄັນ​ໃນການ​ແກ້​ໄຂ​ບັນດາ​ບັນຫາ​ຂອງ​ໂລກ. ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ Surin Pitsuwan ຢືນຢັນ​ວ່າ: ບັນດາ​ປະ​ເທດ ອາ​ຊຽນ ຫວັງ​ວ່າ​ຈະສວມບົດບາດນຳ​ໜ້າ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ​ໃນ​ອະນາຄົດ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ​ຖື​ວ່າ: ວິ​ກິດ​ການ​ການ​ເງິນ ​ແລະ ການ​ຊຸດ​ໂຊ​ມທົ່ວ​ໂລກ ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຕ້ອງ​ມີ​ການປ່ຽນ​ແປງ. ​ເພື່ອ​ເຮັດ​ໄດ້​ສິ່ງ​ນັ້ນ ບັນດາ​ປະ​ເທດ​ຄວນ​ສ້າງ​ໃຫ້​ແກ່​ຕົນ​ເອງ​ຮູບ​ແບບ​ການ​ພັດທະນາ​ໃຫມ່​່ຢ່າງ​ເໝາະ​ສົມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ເວົ້າ​ວ່າ: “ສ້າງ​ຮູບ​ແບບ​ພັດທະນາ ສາມາດ​ແກ້​ໄຂ​ບັນດາ​ສາຍ​ເຫດ​ຂອງ​ວິ​ກິດ​ການ​ດ້ານ​ການ​ເງິນ​ຜ່ານ​ມາ​​ໄດ້ ກໍ​ຄື​ສິ່ງ​ທ້າ​ທາຍ​ໃນ​​ໄລຍະ​ຍາວ​ຂອງ​ພື້ນຖານ​ເສດຖະກິດ​ແຕ່ລະ​ປະ​ເທດ ​ນັ້ນ​ກໍ​ແມ່ນ​ການ​ຍາດ​ແຍ່ງ​ກາລະ​ໂອກາດ​ຢ່າງ​ມີປະສິດທິ​ຜົນ. ບໍ່​ມີ​ຮູບ​ການ​ລວມ​ເພື່ອ​ນຳ​ໃຊ້​​ໃຫ້​ທຸກ​ປະ​ເທດ​ ​ເພາະວ່າ ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ລະດັບ​ການ​ພັດທະນາ​ກໍ​ຄື​ສະພາບ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ.”

      

ຂ່າວ/ບົດ​ອື່ນ