ທ່ານນາງຮອງປະທານປະເທດດັ້ງທິງັອກທິ້ງ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງກ່າເມົາ
(VOVWORLD) -ໃນວັນທີ 27 ກຸມພາ, ໃນການໄປປະຕິບັດງານຢູ່ແຂວງກ່າເມົາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງັອກທິ້ງ, ພ້ອມກັບການນຳບັນດາກະຊວງ, ຂະແໜງການສູນກາງໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍແມ່ - ເດັກແຂວງກ່າເມົາເນື່ອງໃນໂອກາດວັນແພດໝໍ ຫວຽດນາມ (ວັນທີ 27 ກຸມພາ).
ທ່ານນາງດັ້ງທິງັອກທິ້ງມອບເງິນຊ່ວຍເຫຼືອຈາກກອງທຶນຊ່ວຍເຫຼືອເດັກໃຫ້ແກ່ ແຂວງກ່າເມົາ
(ພາບ: TTXVN)
|
ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງໄດ້ຮັບຮູ້ບັນດາຄວາມມານະພະຍາຍາມຂອງຖັນແຖວ ແພດໝໍໃນທົ່ວປະເທດເວົ້າລວມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ Covid – 19, ໃນນັ້ນມີການປະກອບສ່ວນຢ່າງຕັ້ງໜ້າຂອງ ໂຮງໝໍແມ່ - ເດັກແຂວງກ່າເມົາ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ຕີລາຄາສູງການພັດທະນາຢ່າງບຸກທະລຸຂອງໂຮງໝໍດັ່ງກ່າວໃນໄລຍະ 10 ປີທີ່ຜ່ານມາ. ໂຮງໝໍສົມເປັນບ່ອນຝາກຝັງຄວາມໄວ້ເນື້ອເຊື່ອໃຈຄືເປົ້າໝາຍທີ່ໄດ້ວາງອອກນັ້ນແມ່ນ “ຄວາມໄວ້ເນື້ອເຊື່ອໃຈຂອງແມ່ - ສຸຂະພາບຂອງເດັກນ້ອຍ”.
ແລະກໍ່ໃນວັນດຽວກັນ, ທ່ານນາງດັ້ງທິງັອກທິ້ງ ໄດ້ມອບຂອງຂັວນ 200 ພູດໃຫ້ແກ່ຄອບຄົວນະໂຍບາຍ, 200 ພູດ ໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ ຂອງ ແຂວງກ່າເມົາ.