ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານຕີກອງໄຂສົກຮຽນ
(ພາບ: giabao.com)
(vovworld) – ວັນທີ 29/8, ໂຮງຮຽນມັດທະຍົນຕອນປາຍລົງເລິກ ບຽນຮ່ວາ (ນະຄອນ ຝູລີ໋, ແຂວງ ຮ່ານາມ) ຈັດຕັ້ງພິທີເປີດສະຫຼອງ ແລະ ໄຂສົກຮຽນໃໝ່ 2015 – 2016. ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ໄດ້ເຂົ້າຮ່ວມພິທີ ແລະ ຕີກອງໄຂສົກຮຽນ; ມອບຂອງຂວັນ 50 ພຸດໃຫ້ນັກຮຽນທຸກຍາກ ແຕ່ຮຽນເກັ່ງ 50 ຄົນ.
ໂຄງການໂຮງຮຽນມັດທະຍົນຕອນປາຍລົງເລິກ ບຽນຮ່ວາ ແມ່ນກິດຈະກຳຈຸດສຸມຂອງແຂວງ ຮ່ານາມ, ນອນໃນບໍລິເວນຕາແສງລຽມຈິ໋ງ ແລະ ລຽມຈູງ, ນະຄອນ ຝູລີ໋, ດ້ວຍຍອດຈຳນວນທຶນແມ່ນກວ່າ 260 ຕື້ດົ່ງ. ພາຍຫຼັງ 3 ປີແຫ່ງການກໍ່ສ້າງ, ໂຄງການໂຮງຮຽນມັດທະຍົນຕອນປາຍລົງເລິກ ບຽນຮ່ວາ ໄດ້ກໍ່ສ້າງສຳເລັດ ແລະ ນຳເຂົ້າໃຊ້ການຖືກຕາມແຜນການ, ຕອບສະໜອງຄວາມຕ້ອງການສິດສອນ ແລະ ຮຳ່ຮຽນໃຫ້ນັກຮຽນ ປະມານ 1.200 ຄົນ. ນີ້ແມ່ນໂຮງຮຽນທີ່ໃຫຍ່ໂຕ, ສວຍງາມ ແລະ ທັນສະໄໝທີ່ສຸດ ໃນຈຳນວນໂຮງສຽນມັດທະຍົມຕອນປາຍຂອງ ຮ່ານາມ ໃນປະຈຸບັນ.