ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ຣູມານີ ຢ່າງເປັນທາງການ

ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມ ຣູມານີ ຢ່າງເປັນທາງການ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ)

(vovworld) - ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ນຳ​ໜ້າ, ທີ່​ພວມ​ໄປ​ຢ້ຽມຢາມ​​ ​ແລະ ​ເຮັດ​ວຽກ​ຢູ່​ຣູມາ​ນີ​ ແຕ່​ວັນ​ທີ 03 – 07 ກັນຍາ. ​ໃນ​ໄລຍະ​​ເຮັດ​ວຽກ​ຢູ້ນະຄອນຫຼວງ ບູກາ​ແຣັດ, ຄະນະ​ຜູ້​ແທນ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານ​ສະພາ​ສູງໂຊ​ມາ​ເນຍ Cristian Dumitrescu, ພົບ​ປະ​ກັບ​ສະມາຊິກ​ສະພາ​ຫຼາຍ​ທ່ານ ​ເຊິ່ງ​ແມ່ນການ​ນຳ​ຂອງ​ບັນດາ​ກຳມາທິການ​ສະພາ​ຕຳ ຣູມາ​ນີ​. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເຊື່ອນ​ໝັ້ນ​ວ່າ ​ການ​ເຂົ້າ​ຮ່ວມ​ຂອງ​ຣູມາ​ນີ​ ​ໃນ​ສະຫະພາບ​ເອີ​ລົບ (EU) ພວມ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ເວົ້າ​ສະ​ເພາະ ​ແລະ ລະຫວ່າງ EU ກັບ ຫວຽດນາມ​ເວົ້າລວມ. ທ່ານ​ນາງ​ຮອງ​ປະທານສະພາ​ແຫ່ງ​ຊາດ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ສືບ​ຕໍ່​ແລກປ່ຽນ​ບົດຮຽນ, ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະມາຊິກສະພາ​ແຫ່ງ​ຊາດ 2 ປະ​ເທດ, ປະກອບສ່ວນ​ປັບປຸງ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​, ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ, ສ້າງ​ພື້ນຖານ​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ກວ່າ​ອີກ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້ຣູມາ​ນີ​ ສະໜັບສະໜູນ​ຫວຽດນາມ ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີລະຫວ່າງ​ຫວຽດນາມ - EU.

        ສ່ວນ​ທ່ານ​ຮອງ​ປະທານ Dumitrescu ຢືນຢັນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ ຣູມາ​ນີ​, ຫວຽດນາມ ​ແມ່ນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ຣູມາ​ນີ​ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ກົງກັນ​ຂ້າມ ​ຣູມາ​ນີ​  ພ້ອມ​​ແລ້ວ​ທີ່ຈະ​​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​​ໃຫ້ຫວຽດນາມ ຊຸກຍູ້​ການ​ຮ່ວມ​ມື​ກັບ EU. ການ​ນຳ​ສະພາ​ສູງ​ໂຊ​ມາ​ເນຍ ຕີ​ລາຄາ​ສູງ​ແຜນ​ນະ​ໂຍບາຍ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ປ່ຽນ​ໃໝ່, ສ້າງ​​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຕັ້ງໜ້າ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລີກ​ເຊິ່ງ ​ແລະ ກວ້າງ​ຂວາງ​ກວ່າ, ກໍ່​ຄື​ມານະ​ພະຍາຍາມ​ຮັບປະກັນ​ເສດຖະ​ກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້ ​ແລະ ຮັບປະກັນ​ຊີວິດ​ສັງຄົມ.

ຂ່າວ/ບົດ​ອື່ນ