ທ່ານນາງ ຕ່ອງທິຟ໋ອງ ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ
(ພາບ: ໂທລະພາບເຫງະອານ)
(vovworld) – ວັນທີ 31/10, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະປະຕິບັດງານໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ກອນກວງ, ແຂວງ ເຫງະ ອານ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຕີລາຄາສູງການພັດທະນາຂອງເມືອງ ກອນກວງ ແລະ ປາດຖະໜາວ່າ ເມືອງ ກອນກວງ ທັງຍູ້ແຮງການພັດທະນາເສດຖະກິດສັງຄົມ, ທັງປັບປຸງບໍລິເວນຍຸດທະສາດໃນວຽກງານຊົນເຜົ່າ ແລະ ຊາຍແດນ. ທ່ານນາງ ຕ່ອງທິຟ໋ອງ ໃສ່ໃຈວ່າ: ຄວາມຮັບຜິດຊອບຮັກສາປ່າ ແມ່ນໜ້າທີ່ແຖວໜ້າຂອງ ກອນກວງ; ທີ 2 ແມ່ນຮັກສາມູນເຊື້ອ, ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າໃນບໍລິເວນ; ເອົາໃຈໃສ່ເປັນພິເສດເຖິງການສ້າງຄວາມສາມັກຄີ; ສ້າງບາດກ້າວຢ່າງໝັ້ນຄົງໃນການກໍ່ສ້າງຊົນນະບົດໃໝ່.
ພາຍຫລັງການເຮັດວຽກກັບການນຳເມືອງ, ທ່ານນາງ ຕ່ອງທິຟ໋ອງ ແລະ ຄະນະປະຕິບັດງານໄດ້ລົງຢ້ຽມຢາມບ້ານ ຈົມລົມ, ຕາແສງ ລ້າງເຄ, ມອບຂອງຂວັນໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ.