(vovworld) – ວັນທີ 24/04, ຢູ່ຫໍສະພາແຫ່ງຊາດ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງອົງການກວດສອບບັນຊີແຫ່ງລັດ Nepal, ໂດຍທ່ານ Bhanu Prasad Acharya, ຫົວໜ້າອົງການກວດສອບບັນຊີແຫ່ງລັດ Nepal ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງ ແລະ ຮັບຮູ້ໝາກຜົນການເຈລະຈາລະຫວ່າງອົງການກວດສອບບັນຊີແຫ່ງລັດຫວຽດນາມ ແລະ ອົງການກວດສອບບັນຊີແຫ່ງລັດ Nepal, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ, ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ແບ່ງປັນບົດຮຽນກ່ຽວກັບການກວດສອບບັນຊີສິ່ງແວດລ້ອມ, ຄວບຄຸມຄຸນນະພາບການກວດສອບບັນຊີ ເພື່ອແນໃສ່ສືບຕໍ່ຮັກສາ ແລະ ພັດທະນາການພົວພັນຮ່ວມມືອັນດີງາມທີ່ເຄີຍມີມາກ່ອນລະຫວ່າງ 2 ປະເທດ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະໜັບສະໜູນເລື່ອງ 2 ຝ່າຍລົງນາມໃນຂໍ້ຕົກລົງຮ່ວມມື ເພື່ອເປັນພື້ນຖານຢ່າງໝັ້ນຄົງ ໃຫ້ການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື 2 ຝ່າຍ.
ສ່ວນທ່ານ Bhanu Prasad Acharya ໃຫ້ຮູ້ວ່າ, ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນ ໄດ້ຊ່ວຍໃຫ້ 2 ຝ່າຍເຂົ້າໃຈເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງ, ພ້ອມທັງສ້າງພື້ນຖານໃຫ້ການຮ່ວມມືຢ່າງແທດຈິງໃນອະນາຄົດ.