ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ເລີ່ມ​ຕົ້ນ​ການ​ເດີນ​ທາງມາ​ຢ້​ຽມ​ຢາມ ຫວຽດ​ນາມ

(VOVWORLD) -ພິທີຕ້ອນຮັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຖືກຈັດຂຶ້ນຢູ່ທຳນຽບປະທານປະເທດ ໃນຕອນເຊົ້າວັນທີ 25 ສິງຫາ.
ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ເລີ່ມ​ຕົ້ນ​ການ​ເດີນ​ທາງມາ​ຢ້​ຽມ​ຢາມ ຫວຽດ​ນາມ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ເລີ່ມບັນດາການເຄື່ອນໄຫວຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 24 – 26 ສິງຫາ (ພາບ: Reuters)

ຕອນເຊົ້າວັນທີ 25 ສິງຫາ, ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ເລີ່ມບັນດາການເຄື່ອນໄຫວຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 24 – 26 ສິງຫາ, ຕາມຄຳເຊື້ອເຊີນຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ. ພິທີຕ້ອນຮັບທ່ານນາງຮອງປະທານາທິບໍດີ ອາເມລິກາ ຖືກຈັດຂຶ້ນຢູ່ທຳນຽບປະທານປະເທດ ໃນຕອນເຊົ້າວັນທີ 25 ສິງຫາ.

        ການຢ້ຽມຢາມຄັ້ງນີ້ຖືກດຳເນີນໃນສະພາບສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ສືບຕໍ່ຮັກສາທ່າພັດທະນາຢ່າງຕັ້ງໜ້າ ບົນພື້ນຖານສາຍພົວພັນ ເຊິ່ງສອງຝ່າຍໄດ້ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງໃນຕະຫຼອດໄລຍະ 26 ປີຜ່ານມາ ໃນທຸກຂົງເຂດນັບທັງການພົວພັນສອງຝ່າຍ, ພາກພື້ນ ແລະ ສາກົນ. ໃນສະພາບການໂລກລະບາດໂຄວິດ  - 19, ຫວຽດນາມ ແລະ ອາເມລິກາ ສືບຕໍ່ຮັກສາບັນດາຮູບແບບແລກປ່ຽນ, ໂອ້ລົມທາງໂທລະສັບໃນທຸກຂັ້ນ ແນໃສ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ແລະ ແກ້ໄຂບັນດາບັນຫາເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນບັນຫາການຄ້າ. ການຢ້ຽມຢາມຄັ້ງນີ້ກໍປະກອບສ່ວນເພີ່ມທະວີສາຍພົວພັນ ແລະ ເປີດກວ້າງການຮ່ວມມືດ້ານເສດຖະກິດ ລະຫວ່າງ ວໍຊິງຕັນ ແລະ ບັນດາຄູ່ຮ່ວມມືສຳຄັນໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.


ຕອບກັບ

ຂ່າວ/ບົດ​ອື່ນ