ທ່ານນາງຮອງລັດຖະມົນຕີການຕ່າງປະເທດຫງວຽນເຟືອງງາ

ທ່ານນາງຮອງລັດຖະມົນຕີການຕ່າງປະເທດຫງວຽນເຟືອງງາ - ảnh 1
ທ່ານນາງງຫງວຽນເຟືອງງາ, ຮອງລັດຖະມົນຕີການ
ຕ່າງປະເທດ ຫວຽດນາມ
ພາບ:internet


(vovworld)-  ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ, ວັນ​ທີ (13 ​ແລະ 14/4), ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ​ຫວຽດນາມ ຫງວຽນ​ເຟືອງ​ງາ ​ໄດ້​ໄປ​ຢ້ຽມຢາມ ອີຣານ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ການ​ເມືອງ​ຄັ້ງ​ທີ 5 ກັບ​ກະຊວງ​ການ​ຕ່າງປະ​ເທດ ອີຣານ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ນາງຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ​ ​ເຂົ້າ​ຢ້ຽມ​ຂຳ່ນັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອີຣານ Ali Akbar Salehi, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ການ​ເມືອງ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Seyyed Abbas Araghchi, ພົບ​ປະ​ກັບ​ທ່ານ Masoud Movahedi, ຮອງ​ລັດຖະມົນຕີ​ການ​ຄ້າ, ອຸດສາຫະກຳ ​ແລະ ບໍ່​ແຮ່ ​ແລະ ພົບ​ປະ​ກັບ​ທ່ານ Seyed Kamal Sajjadi ປະທານ​ສະມາຄົມ​ມິດຕະພາບ ອີຣານ - ຫວຽດນາມ. ​ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ​ນັ້ນ, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​ບັນດາ​ບາດກ້າວ​ພັດທະນາ​ດີ​​ໃນ​ການ​ພົວ​ພັນ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ອີຣານ ພ້ອມ​ແລ້ວ​ຍູ້​ແຮງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ກາ​ນຮ່ວມ​ມື​ຫລາຍ​ດ້ານ​ກັບ​ຫວຽດນາມ.

ຂ່າວ/ບົດ​ອື່ນ