ທ່ານ​ນາ​ຍົກ​ລັດ​ຖົມ​ນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ການ​ລັດ​ຖະ​ບານ​ກ່ຽວ​ກັບ​ໂຄງ​ການ​ຄ​ົມ​ມະ​ນາ​ຄົມ​ຈຳ​ນວນ​ໜຶ່ງ

(VOVWORLD) -ໃນຕອນບ່າຍວັນທີ 12 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳການລັດຖະບານກ່ຽວກັບບັນດາວິທີການຍູ້ໄວຄວາມຄືບໜ້າບັນດາໂຄງການລົງທຶນກໍ່ສ້າງບາງຕອນຢູ່ເສັ້ນທາງດ່ວນເໜືອ - ໃຕ້ ແລະ ໂຄງການເສັ້ນທາງດ່ວນ ມີຖ້ວນ - ເກິ່ນເທີ. 
ທ່ານ​ນາ​ຍົກ​ລັດ​ຖົມ​ນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ການ​ລັດ​ຖະ​ບານ​ກ່ຽວ​ກັບ​ໂຄງ​ການ​ຄ​ົມ​ມະ​ນາ​ຄົມ​ຈຳ​ນວນ​ໜຶ່ງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP) 

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຖືວ່າ ການຍູ້ໄວຄວາມຄືບໜ້າໃນການປ່ອຍເງິນໃຫ້ແກ່ບັນດາໂຄງການ, ກິດຈະກຳພື້ນຖານໂຄງລ່າງ ຄົມມະນາຄົມ - ຂົນສົ່ງໃຫຍ່ແມ່ນມີຄວາມສຳຄັນພິເສດໃນສະພາບການພື້ນຖານເສດຖະກິດພວມໄດ້ຮັບຜົນກະທົບອັນໃຫຍ່ຫຼວງຈາກ ໂລກລະບາດ Covid -19. ໃນນັ້ນ, ບັນດາໂຄງການສ່ວນໜຶ່ງຂອງ ເສັ້ນທາງດ່ວນ ເໜືອ - ໃຕ້ ແລະ ເສັ້ນທາງດ່ວນ ຈູງເລືອງ - ມີຖ້ວນ - ເກິ່ນເທີ ຕ້ອງໄດ້ຮັບການແກ້ໄຂຄວາມຫຍຸ້ງຍາກຢ່າງຮີບດ່ວນ, ຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍການປະຕິບັດ.

ສຳລັບໂຄງການຂົວມີຖ້ວນ 2, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງໃຫ້ກະຊວງຄົມມະນາຄົມ ແລະ ຂົນສົ່ງຊຸກຍູ້ການຜັນຂະຫຍາຍເພື່ອນຳເຂົ້າໃຊ້ການໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ