ທ່ານນາຍົກລັດຖະມົນຕີ Nguyen Tan Dung ຈະເຂົ້າຮ່ວມ ASEM ຢູ່ລາວ ວັນເສົາ ທີ 27 ຕຸລາ ຄ.ສ. 2012 | 17:21:03 (ພາບ:ອິນເຕີແນັດ) (VOV)- ວັນທີ 26/10, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ພັນລະຍາຈະນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ເອີລົບຄັ້ງທີ 9 (ASEM 9) ຢູ່ລາວ ດ້ວຍຫົວຂໍ້ວ່າ: “ເພື່ອນມິດເພື່ອສັນຕິພາບ, ຄູ່ຮ່ວມມືເພື່ອຄວາມວັດທະນາຖາວອນ“. ກອງປະຊຸມຈະດຳເນີນໄປແຕ່ວັນທີ 4-6/11 ແລະ ຈະປຶກສາຫາລືກ່ຽວກັບສະພາບເສດຖະກິດ, ການເງິນ; ບັນດາການທ້າທາຍໃນທົ່ວໂລກ; ບັນດາບັນຫາພາກພື້ນ, ບັນດາຮ່ວມມືໃນອາຊຽນ. ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຄະນະຜູ້ແທນຫວຽດນາມ ຈະເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມ ເພື່ອແນໃສ່ປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ການຮ່ວມມືອາຊີ-ເອີລົບ, ໂດຍສະເພາະແມ່ນຄວາມເອົາໃຈໃສ່ໃນປະຈຸບັນຂອງບັນດາສະມາຊິກ ເພື່ອແນໃສ່ມານະພະຍາຍາມຟື້ນຟູເສດຖະກິດ, ຮັບມືກັບບັນດາການທ້າທາຍທົ່ວໂລກ ແລະ ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ 2 ພາກພື້ນ. Tag ASEM 9 ລາວ ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 ມີຫຼາຍເນື້ອໃນໃໝ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ