ການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ Nguyen Tan Dung
ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ ເມື່ອປີ 2009
( ພາບ: chinhphu )
( vovworld ) – ຕອນບ່າຍວັນທີ 26/3, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມດ້ວຍພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປຮອດນະຄອນຫຼວງ Seoul, ເລີ່ມຕົ້ນການຢ້ຽມຢາມສ.ເກົາຫຼີຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ 2 ເຊິ່ງຈັດຂຶ້ນຢູ່ປະເທດນີ້ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Lee Myung Bak. ອອກຕ້ອນຮັບທ່ານນາຍົກລັດຖະມົນຕີ Nguyen Tan Dung ຢູ່ສະໜາມບິນມີທ່ານລັດຖະມົນຕີກະຊວງສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີສ.ເກົາຫຼີ Lee Ju Ho, ເອກອັກຄະລັດຖະທູດສ.ເກົາຫຼີ ປະຈຳຫວຽດນາມ, ຜູ້ຕ່າງໜ້າກະຊວງການຕ່າງປະເທດສ.ເກົາຫຼີ ແລະ ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳສ.ເກົາຫຼີ Tran Trong Toan. ກອງປະຊຸມສຸດຍອດຄວາມປອດໄພດ້ານນິວເຄຼຍຄັ້ງທີ 2 ພວມດຶງດູດຄວາມສົນໃຈຂອງທົ່ວໂລກດ້ວຍການເຂົ້າຮ່ວມຂອງຜູ້ແທນ 50 ທ່ານທີ່ເປັນປະມຸກລັດ, ຜູ້ນຳໜ້າລັດຖະບານບັນດາປະເທດ, ນັບທັງບັນດາປະເທດທີ່ຍັງບໍ່ທັນມີຄວາມສາມາດດ້ານນິວເຄຼຍ. ໃນການເຂົ້າຮ່ວມຄັ້ງນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຈະຢືນຢັນກັບໂລກອີກເທື່ອໜື່ງກ່ຽວກັບນະໂຍບາຍສະເໝີຕົ້ນສະເໝີປ່າຍຂອງຫວຽດນາມ ໃນການນຳໃຊ້ພະລັງງານນິວເຄຼຍເພື່ອເປົ້າໝາຍສັນຕິພາບ, ສະແດງໃຫ້ເຫັນຢ່າງຈະແຈ້ງວ່າຫວຽດນາມ ແມ່ນປະເທດທີ່ມີຄວາມຮັບພິດຊອບ, ເປັນເຈົ້າການ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມມານະພະຍາຍາມແກ້ໄຂບັນຫາໜື່ງທີ່ຮັບຄວາມສົນໃຈຮ່ວມ ຂອງປະຊາຄົມໂລກ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຍັງຈະພ້ອມກັບບັນດາປະມຸກລັດ, ຜູ້ນຳໜ້າລັດຖະບານຂອງບັນດາປະເທດແລກປ່ຽນມາດຕະການຫຼາຍຢ່າງເພື່ອເພີ່ມທະວີຄວາມສະຫງົບປອດໄພດ້ານນິວເຄຼຍໃນສະພາບການໃໝ່, ຊຸກຍູ້ການນຳໃຊ້ພະລັງງານນິວເຄຼຍເພື່ອຈຸດໝາຍສັນຕິພາບ. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ຢືນຢັນວ່າ ຍາມໃດຫວຽດນາມກໍຖືເປັນສຳຄັນ ແລະ ປາດຖະໜາຈະເພີ່ມທະວີການພົວພັນຄູ່ຮ່ວມມືກັບສ.ເກົາຫຼີ ຍິ່ງກວ່າອີກ. ທ່ານນາຍົກລັດຖະມົນຕີ ຈະພ້ອມກັບບັນດາປະມຸກລັດສ.ເກົາຫຼີ ປຶກສາຫາລື ແລະ ເປັນເອກະພາບນຳກັນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການລົງທຶນ, ການສຶກສາບຳລຸງສ້າງ, ແຮງງານ ກໍຄືການຕັດສິນໃຈບັນລຸຈຸດໝາຍຍົກວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ - ສ.ເກົາຫຼີ ຂຶ້ນເຖິງ 20 ຕື້ USD ໃນປີ 2015. ຢູ່ນອກຂອບເຂດກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ມີການພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີຝລັ່ງ Francois Fillon. ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເນັ້ນໜັກວ່າ ຢາມໃດຫວຽດນາມ ກໍຖືການພົວພັນກັບຝລັ່ງເປັນສຳຄັນ, ແມ່ນຄູ່ຮ່ວມມືບຸລິມະສິດຂອງຫວຽດນາມຢູ່ເອີລົບ ແລະ ໃນໂລກ. ຫວຽດນາມ ປາດຖະໜາເພີ່ມທະວີການຮ່ວມມືກັບຝລັ່ງໃນທຸກຂົງເຂດ, ໂດຍສະເພາະແມ່ນບັນດາຂົງເຂດຮັບບຸລິມະສິດຄື ພະລັງງານ, ການບິນ, ອະວະກາດ, ພື້ນຖານໂຄງລ່າງຄົມມະນາຄົມ… ນາຍົກລັດຖະມົນຕີທັງສອງທ່ານກໍເຫັນດີວ່າ ສອງຝ່າຍຈະສົມທົບກັນຈັດຕັ້ງບັນດາເຫດການທີສຳຄັນໃນປີຝລັ່ງ - ຫວຽດນາມ 2013 ຢ່າງຕັ້ງໜ້າ, ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສສາກົນກໍຄືສະຫະປະຊາຊາດ, ປະຊາຄົມໃຊ້ພາສາຝລັ່ງ, UNESCO ແລະ ພ້ອມກັນແບ່ງປັນທັດສະນະກ່ຽວກັບກົນໄກສາກົນ ແລະ ພາກພື້ນ…