ທ່ານນາຍົກລັດຖະມົນຕີ ການາດາ ໃຫ້ຄໍາໝັ້ນສັນຍາໝູນໃຊ້ບັນດາມາດຕະການຢ່າງແຮງກວ່າ ຢູ່ຊາຍແດນຕິດກັບ ອາເມລິກາ
(VOVWORLD) -Ottawa ພວມມານະພະຍາຍາມຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງນີ້ ເມື່ອຢູ່ຕິດກັບປະເທດທີ່ມີສະພາບການໂລກລະບາດໂຄວິດ - 19 ເກີດຂຶ້ນຮ້າຍແຮງທີ່ສຸດໃນໂລກ.
(ພາບປະພາບ: AFP/TTXVN) |
ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 12 ພຶດສະພາ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຖືວ່າ ລັດຖະບານ ຕ້ອງໝູນໃຊ້ບັນດາມາດຕະການຢ່າງແຮງກວ່າ ເພື່ອຮັບມືກັບກະແສຟອງຄົນຫຼັ່ງໄຫຼເຂົ້າເມືອງ ການາດາ ຈາກ ອາເມລິກາ. Ottawa ພວມມານະພະຍາຍາມຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງນີ້ ເມື່ອຢູ່ຕິດກັບປະເທດທີ່ມີສະພາບການໂລກລະບາດໂຄວິດ - 19 ເກີດຂຶ້ນຮ້າຍແຮງທີ່ສຸດໃນໂລກ.
ເມື່ອບັນດາການເຄື່ອນໄຫວເສດຖະກິດຄ່ອຍໆ ເປີດປະຕູຄືນໃໝ່ ແລະ ບັນດາມາດຕະການຈໍາກັດການໄປມາ ກໍໄດ້ຫຼຸດລົງຢູ່ທັງສອງປະເທດ, ຈໍານວນຜູ້ໂດຍສານ ແລະ ສິນຄ້າ ຜ່ານຊາຍແດນຈະເພີ່ມຂຶ້ນ. ຕາມທ່ານນາຍົກລັດຖະມົນຕີ Justin Trudeau ແລ້ວ, ຄວາມຈິງດັ່ງກ່າວ ຈະຮຽກຮ້ອງໃຫ້ມີມາດຕະການເພີ່ມເຕີມ ເພື່ອຮັບປະກັນວ່າ ບຸກຄົນທີ່ເຂົ້າເມືອງ ການາດາ ຕ້ອງປະຕິບັດຕາມຂໍ້ກໍານົດກ່ຽວກັບການແຍກຕົວຢ່າງເຂັ້ມງວດ.