ທ່ານນາຍົກລັດຖະມົນຕີ ຈີນ ຊົມເຊີຍ ຍີ່ປຸ່ນ ເຂົ້າຮ່ວມກິດຈະການປະຕິຮູບ ແລະ ການເປີດປະຕູເສດຖະກິດ

(VOVWORLD) -ວັນທີ 25 ຕຸລາ, ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽງ ໄດ້ໂອ້ລົມກັບຄູ່ຕໍາແໜ່ງຍີ່ປຸ່ນ Shinzo Abe ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດນີ້ ວ່າ ປັກກິ່ງ ຊົມເຊີຍ ໂຕກຽວ ທີ່ໄດ້ເຂົ້າຮ່ວມບັນດາກິດຈະການປະຕິຮູບ ແລະ ເປີດປະຕູພື້ນຖານເສດຖະກິດ ຈີນ. 
ທ່ານນາຍົກລັດຖະມົນຕີ ຈີນ ຊົມເຊີຍ ຍີ່ປຸ່ນ ເຂົ້າຮ່ວມກິດຈະການປະຕິຮູບ ແລະ ການເປີດປະຕູເສດຖະກິດ - ảnh 1 ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີສຽງ ກັບຄູ່ຕໍາແໜ່ງຍີ່ປຸ່ນ Shinzo Abe (ພາບ: vov.vn)

ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ໄດ້ຄັດສະເໜີຄໍາປາໄສຂອງທ່ານ ຫຼີເຄີສຽງ ໂດຍສະແດງຄວາມຫວັງວ່າ ຈີນ ແລະ ຍີ່ປຸ່ນ ອາດຈະຮ່ວມມືກັນ ເພື່ອແນໃສ່ຮັບປະກັນກົນໄກຫຼາຍຝ່າຍ ແລະ ການຄ້າເສລີ. ທ່ານ ກໍຊົມເຊີຍຍີ່ປຸ່ນ ທີ່ໄດ້ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມພື້ນຖານໂຄງລ່າງ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ຂອງ ຈີນ.

        ຕາມບັນດາແຫຼ່ງຂ່າວຈາກຍີ່ປຸ່ນ, ໃນສະພາບທີ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຈີນ ແລະ ອາເມລິກາ ພວມເພີ່ມຂຶ້ນນັ້ນ, ທ່ານ ຫຼີເຄີສຽງ ອາດຈະເຫັນດີຊຸກຍຸ້ການຮ່ວມສໍາພັນ ພື້ນຖານເສດຖະກິດພາກພື້ນ. ນາຍົກລັດຖະມົນຕີສອງທ່ານ ກໍຈະຮັບຮອງເອົາເລື່ອງຕໍ່ເວລາແລກປ່ຽນເງິນຕາ ເຊິ່ງມີມູນຄ່າປະມານ 3.000 ຕື້ ເຢັນ (ເທົ່າກັບ 26,6 ຕື້ USD), ເພື່ອຮັບມືກັບຄວາມສ່ຽງວິກິດການດ້ານການເງິນ. ແລະ ທ່ານ Shinzo Abe ຈະແຈ້ງ ໃຫ້ ທ່ານຫຼີເຄີສຽງ ຮັບຊາບ ກ່ຽວກັບເລື່ອງ ຍີ່ປຸ່ນ ຈະຢຸດຕິບັນດາໂຄງການອຸປະຖໍາແຫຼ່ງທຶນ ODA ໃຫ້ແກ່ຈີນ, ແທນທີ່ນັ້ນ ຈະສະເໜີໃຫ້ສ້າງຕັ້ງກົນໄກເຈລະຈາໃໝ່ລະຫວ່າງສອງປະເທດ ເພື່ອແນໃສ່ປຶກສາຫາລືກ່ຽວກັບການຮ່ວມມື, ການໜູນຊ່ວຍກໍ່ສ້າງພື້ນຖານໂຄງລ່າງຢູ່ບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ