ທ່ານນາຍົກລັດຖະມົນຕີ ຕອບສຳພາດຕໍ່ນັກຂ່າວ ຕ່າງປະເທດ
(ພາບ:chinhphu.vn)
(vovworld) – ຢູ່ນອກກອງປະຊຸມຂັ້ນສູງສະມັດຊາໃຫຍ່ສປຊຊຸດທີ 68, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ມີການຕອບສຳພາດຕໍ່ບັນດານັກຂ່າວຂອງສຳນັກຂ່າວສານ Bloomberg, ITAR – TASS, Kyodo ແລະ Yonhap.
ເມື່ອຕອບສຳພາດຂອງນັກຂ່າວກ່ຽວກັບຈຸດໝາຍຂອງຫວຽດນາມ ແລະ ອາເມລິກາ ເພີ່ມທະວີການພົວພັນຮ່ວມມື. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຊີ້ແຈ້ງວ່າ ຫວຽດນາມ ມີທັດສະນະສະເໝີຕົ້ນສະເໝີປາຍປະຕິບັດແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນກັບສາກົນເປັນຫຼາຍຮູບຫຼາຍແບບ. ຫວຽດນາມ ປາດຖະໜາຢາກເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງບັນດາປະຊາຊາດໃນໂລກ. ເຕື້ອງເຖິງຄຳຖາມຂອງນັກຂ່າວກ່ຽວກັບ “ກົດໝາຍສິດທະມະນຸດຫວຽດນາມ” ຄາດວ່າສະພາສູງອາເມລິກາ ຈະຮັບຮອງເອົາໃນເດືອນ 11 ຈະມາເຖິງ, ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຖ້າຫາກກົດໝາຍນັ້ນໄດ້ຮັບການຮັບຮອງເອົາ ນັ້ນຈະແມ່ນການຖອຍຫຼັງໃນການພົວພັນລະຫວ່າງ 2 ປະເທດ, ເພາະມະຕິນັ້ນບໍ່ສອງແສງຖືກຕ້ອງກັບສະພາບຕົວຈິ່ງຢູ່ຫວຽດນາມ, ແມ່ນການແຊກແຊງ, ຈັດວາງທາງດ້ານການເມືອງໃສ່ປະເທດອື່ນ.
ເມື່ອຕອບຄຳຖາມວ່າ ເມື່ອຈີນ ພື້ນຕົວຂຶ້ນຈະສົ່ງຜົນສະທ້ອນຕໍ່ການພົວພັນຫວຽດນາມ - ອາເມລິກາຫຼືບໍ່, ທ່ານນາຍົກລັດຖະມົນຕີ ຢືນຢັນຄວາມເຂັ້ມແຂງຂອງຈີນ ມີຜົນປະໂຫຍດໃຫ້ແກ່ພາກພື້ນ ແລະ ທົ່ວໂລກ ແຕ່ດ້ວຍເງື່ອນໄຂທີ່ວ່າ ຈີນ ຕ້ອງເຄົາລົບເອກະລາດ, ອະທິປະໄຕຂອງປະເທດອື່ນ, ເຄົາລົບກົດໝາຍສາກົນ. ກ່ຽວຂ້ອງເຖິງການພິພາດບົນທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນຕົວຈິງປະຈຸບັນມີຄວາມແຕກຕ່າງລະຫວ່າງຈີນ ກັບບາງປະເທດອາຊຽນ ກ່ຽວກັບອະທິປະໄຕບົນທະເລຕາເວັນອອກ, ແຕ່ບັນດາການພິພາດນັ້ນໄດ້ຮັບການປຶກສາຫາລືລະຫວ່າງຈິນ ແລະ ອາຊຽນ, ໄດ້ຍົກອອກຖະແຫຼງການຮ່ວມກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC). ປະຈຸບັນ, ອາຊຽນ ແລະ ຈີນ ພວມມະນະພະຍາຍາມມຸ່ງໄປເຖິງການສ້າງປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).