ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40, 41
(VOVWORLD) -ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງການນຳຫລັກແຫລ່ງ ຫວຽດນາມ ໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: TTXVN) |
ຕາມແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລົດຖະມົນຕີ ລາຊະອານາຈັກ ກຳປູເຈຍ, ປະທານອາຊຽນ 2022 Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະໄປຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການໃນລະຫວ່າງວັນທີ 8 – 9 ພະຈິກປີ 2022, ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40,41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 10 – 13 ພະຈິກ ປີ 2022. ນີ້ແມ່ນການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນຖານະເປັນນາຍົກລັດຖະມົນຕີ ແລະ ເປັນການຢ້ຽມຢາມ ກຳປູເຈຍ ຄັ້ງທຳອິດຂອງການນຳຫລັກແຫລ່ງ ຫວຽດນາມ ໃນປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022.
ນີ້ກໍ່ແມ່ນຄັ້ງທຳອິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືແບບໂດຍກົງ. ກອງປະຊຸມຄັ້ງຕ່າງໆນີ້ ໄດ້ສ້າງຂີດໝາຍເຊື່ອມຕໍ່ຄືນການແລກປ່ຽນ, ໂອ້ລົມສົນທະນາລະຫວ່າງບັນດາການນຳໂດຍກົງ ພາຍຫຼັງ 2 ປີຖືກຂາດວັກຂາດຕອນ ຍ້ອນພະຍາດໂຄວິດ - 19.