ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Richard Marles

(VOVWORLD) -ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມດີອົກດີໃຈຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ພວມພັດທະນາຢ່າງດີງາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Richard Marles - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Richard Marles)

       ຕອນເຊົ້າວັນທີ 25 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ໄດ້ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Richard Marles ພວມ ຢ້ຽມຢາມ ຫວຽດນາມ.

        ຊົມເຊີຍ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Richard Marles ມາຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມດີອົກດີໃຈຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ພວມພັດທະນາຢ່າງດີງາມ, ໂດຍສະເພາະແມ່ນການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ທ່ານ ຟ້າມມິງຈິ້ງ ຕີລາຄາສູງໝາກຜົນການຮ່ວມມືດ້ານປ້ອງກັນຊາດ  ລະຫວ່າງສອງປະເທດ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນການບໍາລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ພ້ອມດຽວກັນ ທ່ານກໍ່ສະເໜີໃຫ້ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຢູ່ແລ້ວ, ສອງຄ່ອງກັບບັນດາເອກະສານຂໍ້ຕົກລົງທີ່ໄດ້ລົງນາມ.

        ສ່ວນທ່ານ Richard Marles, ໃຫ້ຮູ້ວ່າ ທ່ານມີຄວາມປະທັບໃຈຕໍ່ການພັດທະນາຢ່າງກະໂດດຂັ້ນ ຂອງຫວຽດນາມ, ໂດຍສະເພາະເມື່ອທຽບກັບ 30 ປີຫຼັງ ເມື່ອທ່ານມາ ຫວຽດນາມ; ທ່ານສະແດງຄວາມຫວັງວ່າໃນປີ 2023, ເຊິ່ງແມ່ນປີທີ່ ຫວຽດນາມ - ອົດສະຕາລີ ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄົບຮອບ 50 ປີ, ສອງປະເທດຈະຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ