ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ເວເນຊູເອລາ

(VOVWORLD) - ການຢ້ຽມຢາມຂອງທ່ານລັດຖະມົນຕີ Yván Gil Pinto ມາ ຫວຽດນາມ ຈະປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ ຫວຽດນາມ - ເວເນຊູເອລາ ໃນໄລຍະຈະມາເຖິງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ເວເນຊູເອລາ - ảnh 1ທ່ານນາຍົກລັດຖະມົນຕີ  ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ສ.ໂບລີວາ ເວເນຊູເອລາ Yván Gil Pinto
(ພາບ: VGP)

ຕອນບ່າຍວັນທີ 08 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ສ.ໂບລີວາ ເວເນຊູເອລາ Yván Gil Pinto ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ, ການຢ້ຽມຢາມຂອງທ່ານລັດຖະມົນຕີ Yván Gil Pinto ມາ ຫວຽດນາມ ຈະປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນ ຫວຽດນາມ - ເວເນຊູເອລາ ໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດເຊິ່ງ 2 ຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ມີຄວາມຕ້ອງການຮ່ວມມື.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ Yván Gil Pinto ໄດ້ລາຍງານກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບໝາກຜົນການພົບປະເຈລະຈາກັບທ່ານເລຮ່ວາຍຈຸງ, ເລຂາສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ແລະ ການໂອ້ລົມສົນທະນາກັບທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ; ທ່ານໃຫ້ຮູ້ວ່າ, 2 ຝ່າຍໄດ້ແລກປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະເໜີບັນດາມາດຕະການລະອຽດ ແລະ ເປັນເອກະພາບໂຄງການຮ່ວມມື 2 ຝ່າຍ ຫວຽດນາມ - ເວເນຊູເອລາ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ