(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງນ້ຳໃຈ, ຄວາມຮູ້ບຸນຄຸນທີ່ເລິກເຊິ່ງ ໄປຍັງບັນດານັກປະຕິວັດອາວຸໂສ, ແມ່ຫວຽດນາມວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ |
ຕອນເຊົ້າວັນທີ 22 ກໍລະກົດ, ຢູ່ນະຄອນ ເຫ້ວ, ແຂວງ ເທື່ອທຽນ - ເຫ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊູມຍ້ອງຍໍຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ດີເດັ່ນທົ່ວປະເທດປີ 2023. ກອງປະຊຸມໂດຍກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ໜັງສືພິມປະຊາຊົນ ແລະ ຄະນະກຳມະການປະຊາຊົນແຂວງ ເທື່ອທຽນ - ເຫ້ວ ຈັດຂຶ້ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 - 27/7/2023).
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງນ້ຳໃຈ, ຄວາມຮູ້ບຸນຄຸນທີ່ເລິກເຊິ່ງ ໄປຍັງບັນດານັກປະຕິວັດອາວຸໂສ, ແມ່ຫວຽດນາມວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານກ່າວວ່າ:
ເຖິງວ່າສົງຄາມໄດ້ຢຸດຕິແຕ່ດົນນານແລ້ວ, ປະເທດຊາດຍາດໄດ້ເອກະລາດ, ທ້ອນໂຮມເປັນເອກະພາບແລ້ວ, ແຕ່ຍັງມີຄວາມເຈັບປ່ວຍ, ສູນເສຍຂອງຜູ້ເປັນແມ່ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ໂດຍເຂົ້າໃຈ ແລະ ແບ່ງປັນກັບບັນດາຄວາມເຈັບປ່ວຍນັ້ນ, ໃນຕະຫຼອດໄລຍະ 76 ປີຜ່ານມາ, ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງການຊີ້ນຳ, ນຳພາການປະຕິບັດວຽກງານຕອບບຸນແທນຄູນໃຫ້ເປັນຢ່າງດີ ແລະ ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍເພື່ອໜູນຊ່ວຍ ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພໍ່ແມ່ພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ໃຫ້ເປັນຢ່າງດີ, ຖືນີ້ແມ່ນໜ້າທີ່ການເມືອງທີ່ສຳຄັນ ຂອງຕົນ.